ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານຄະນະກຳມະການສູນກາງແນວລາວສ້າງຊາດ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານຄະນະກຳມະການສູນກາງແນວລາວສ້າງຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ແລະ ທ່ານ ໄຊ​ສົມ​ພອນ
 ພົມ​ວິ​ຫານ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ


(vovworld)- ຕອ​ນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ວ່າ: ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ແນວ​ລາວ​ສ້າງ​ຊາດ ລ້ວນ​ແຕ່​ມີ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດ​ໃນ​ລະ​ບົບ​ການ​ເມືອງ​ຢູ່​ແຕ່​ລະ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ອວຍ​ພອນ​ແນວ​ລາວ​ສ້າງ​ຊາດ ສືບ​ຕໍ່​ເສີ​ມ​ຂ​ະ​ຫຍາຍ​ບັນ​ດາ​ຜົນ​ງານ, ບົດ​ຮຽນ​ທີ່​ມີ​ຢູ່​ແລ້ວ, ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຂອງ​ຕົນ​ເປັນ​ຢ່າງ​ດີ, ປັບ​ປຸງ ເພີ່ມ​ທະ​ວີ​ກຸ່ມ​ກ້ອ​ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາ​ງ ຊື່ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ລວມ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ ພ້ອມ​ທັງ​ເພີ່ມ​ພູນ​ຄູນ​ສ້າງ, ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດນ​າມ ລາວ.

 ສ່ວນ​ທ່ານ​ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່​ນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລາວ ຫວຽດ​ນາມ ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ. ທ່ານ​ໄຊ​ສົມ​ພອນ ພົມ​ວິ​ຫານ ປາດ​ຖະ​ຫນາ​ວ່າ ການ​ພົວ​ພັນ​ຮ່ວມ​ມື ລາວ ຫວຽດ​ນາມ ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ ທ່ານ ວິ​ໄລ​ວົງ ບຸດ​ດາ​​ຄຳ, ກຳ​ມະ​ການ​ສູນ​ກາງ​ພັກ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ ວິ​ໄລ​ວົງ ບຸດ​ດາ​ລາ ແຈ້ງ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະ​ຫນາ​ວ່າ ໄລ​ຍະ​ຈະ​ມາ​ເຖິງ ສອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ​ຫວຽດ​ນາມ, ຫວຽດ​ນາມ ລາວ ສືບ​ຕໍ່​ມີ​ຫລາຍຂໍ້​ລິ​ເລີ່ມ​, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ແທດ​ຈິງ ແລະ ມີ​ປະ​ໂຫຍດ, ຜ່ານ​ນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ສ​າ​ມັກ​ຄີ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ສອງ​ຊາດ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ພັດ​ທ​ະ​ນາ​ການ​ພົວ​ພັນ​ຫວຽດ​ນາມ -ລາວ, ລາວ​-ຫວຽດ​ນາມ ໝັ້ນ​ຄົງ​ຂະ​ຫນົງ​ແກ່ນ​ໄປ​ຊ​ົ່ວ​ກາ​ລະ​ນານ.


ຕອບກັບ

ຂ່າວ/ບົດ​ອື່ນ