ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງລົງເຮັດວຽກຢູ່ແຂວງເກີນເທີ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງລົງເຮັດວຽກຢູ່ແຂວງເກີນເທີ - ảnh 1

ທ່າ​ນ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ​ລົງເຮັດ​ວຽກ​ຢູ່​ແຂວງ​ເກີນ​ເທີ

(ພາບ: dantri.com)

(vovworld) - ວັນ​ທີ 14/8, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ກວດກາ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກໍ່ສ້າງ​ພັກຢູ່​ແຂວງ ​ເກີນ​ເທີ. ທີ່​ການ​ເຮັດ​ວຽກ​ກັບພະນັກງານຫຼັກແຫຼ່ງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ: ແຂວງ ເກີນເທີ ເສີມຂະຫຍາຍທຸກໆແຫຼ່ງກຳລັງ, ສູ້ຊົນກໍ່ສ້າງ ແລະ ພັດທະນານະຄອນສົມເປັນສູນ ທາງ ເສດຖະກິດ, ວັດທະນະທຳ, ນຳໜ້າໃນພາລະກິດຫັນປະ​ເທດ​ຊາດເປັນອຸດສາຫະ ກຳ, ທັນສະໄໝ, ສວມບົດບາດເປັນກຳລັງໜູນຊຸກຍູ້ການພັດທະນາຂອງທົ່ວເຂດທົ່ງ ພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ກາຍເປັນນະຄອນອຸດສາຫະກຳກ່ອນປີ 2020 ໂດຍພື້ນຖານ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ຊີ້ແຈ້ງວ່າ: ແຂວງ ເກີນເທີ ຄວນສືບຕໍ່ເພີ່ມທະວີລັກສະນະເປັນເຈົ້າການ, ຜັນຂະຫຍາຍການປະຕິບັດ ບັນດາໜ້າທີ່ ເຊິ່ງມະຕິກອງປະຊຸມໃຫຍ່ອົງຄະ​ນະພັກນະຄອນ ໄດ້ວາງອອກຢ່າງ ຂ້ຽວຂາດ, ພ້ອມທັງກຳນົດ ທິດຍຸດທະສາດຍາວນານ, ວາງອອກບັນດາມາດຕະການ ມີຄວາມສາມາດເປັນໄປ ໄດ້ເພື່ອປະຕິບັດບັນດາການກຳນົດທິດພື້ນຖານກ່ຽວກັບການ ກໍ່ສ້າງ ແລະ ພັດທະນາແຂວງ ເກີນເທີ ກໍ່ຄືເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ສະເໜີໃຫ້ແຂວງ ເກີນເທີ ເອົາໃຈໃສ່ຮັກສາ ສະຖຽນ​ລະ​ພາບ​ດ້ານ​ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ, ປົກປັກຮັກສາ ການເມືອງໃນບໍລິເວນນະຄອນ, ແກ້ໄຂບັນຫາຊົນຊາດຊົນ​ເຜົ່າ, ສາສະໜາເປັນຢ່າງດີ, ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ຕໍ່ສູ້ຕ້ານການ ສໍ້ລາດບັງຫຼວງ, ການຟຸມເຟືອຍ.


ຂ່າວ/ບົດ​ອື່ນ