ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງອວຍພອນປີໃຫມ່ປັນຍາຊົນ,ນັກວິທະຍາສາດ ,ສິລະປິນດີເດັ່ນ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງອວຍພອນປີໃຫມ່ປັນຍາຊົນ,ນັກວິທະຍາສາດ ,ສິລະປິນດີເດັ່ນ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ

(vovworld)-  ຕອນ​ເຊົ້າ​ວັນ​ທີ 26/1 ຢູ່ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ເປັນ​ປະທານ​ງານ​ພົບ​ປະ​ສັງ​ສັນ,ອວຍພອນ​ ຜູ້​ແທນ 150 ຄົນ​ຊື່​ງ​ແມ່ນ​ປັນຍາ​ຊົນ, ນັກ​ວິທະຍາສາດ, ສິລະ​ປິນດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ເນື່ອງ​ໃນ​ໂອກາດ​ລະດູບານ​ໃຫມ່​ປີ​ມະ​ເມຍ 2014 ​ແລະ ສ​ະ​ເຫລີ​ມສະຫລອງ 84 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ. ​ເມື່ອ​ໂອ້​ລົມ​ກັບ​ບັນດາ​ຜູ້​ແທນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​​​ແຈ້ງ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ປີ 2013 ​ແລະ ຫນ້າ​ທີ່​ປີ 2014. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ຫນັກ​ວ່າ: ​ໃນ​ຜົນງານ​ລວມຂອງ​ທັງ​ປະ​ເທດ​ແມ່ນ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ຖັນ​​ແຖວ​ປັນຍາ​ຊົນ, ນັກວິທະຍາສາດ, ສີ​ລະ​ປິນ.

        “ຍາມ​ໃດ​ພັກ​ກອມ​ມູນິດ​ຫວຽດນາມ​ກໍ​ຖື​ຂົງ​ເຂດ​ວິທະຍາສາດ, ​ເຕັ​ກ​ໂນ​ໂລ​ຊີ, ການ​ສຶກສາ​ບຳລຸ​ງສ້າງ​ເປັນ​ສຳຄັນ​. ນີ້​ແມ່ນ​ລັດຖະນະ​ໂຍບາຍ​ຕົ້ນຕໍ​ຂອງ​ປະ​ເທດ​ຊາດ, ວັດທະນະທຳ​ແມ່ນ​ພື້ນຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ. ພັກ​ຖື​ຖັນ​ແຖວ​ປັນຍາ​ຊົນ ​ແລະ ສິລະ​ປະ​ເປັນ​ສຳຄັນ.”

ຂ່າວ/ບົດ​ອື່ນ