ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບຄະນະກຳມະການເສດຖະກິດສູນກາງ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 11/02, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຮັດວຽກກັບການນຳຄະນະກຳມະການເສດຖະກິດສູນກາງ ກ່ຽວກັບໝາກຜົນໜ້າທີ່ປະຕິບັດງານປີ 2016, ທິດທາງ, ໜ້າທີ່ປະຕິບັດງານປີ 2017. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາໄດ້ຢືນຢັນລັກສະນະຖືກຕ້ອງຂອງການສ້າງຄະນະກຳມະການເສດຖະກິດສູນກາງຄືນໃໝ່. ກ່ຽວກັບທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃສ່ໃຈວ່າ, ຄະນະກຳມະການເສດຖະກິດສູນກາງ ເສີມຂະຫຍາຍພາລະບົດບາດຂອງຕົນແມ່ນອົງການເປັນເສນາທິການຍຸດທະສາດດ້ານເສດຖະກິດ, ສັງຄົມໃຫ້ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ. ຄະນະກຳມະການເສດຖະກິດສູນກາງ ຍົກສູງຄຸນນະພາບວຽກງານຄົ້ນຄວ້າ; ສະເໜີ ດ້ວຍຈິດໃຈເປັນເຈົ້າການໃນການຊ່ວຍວຽກກວ່າ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກໍ່ຮຽກຮ້ອງໃຫ້ຄະນະກຳມະການເສດຖະກິດສູນກາງ ປະຕິບັດວຽກງານກວດກາ, ຕິດຕາມກວດກາ, ເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານຕ້ານອາດຍາສິດ, ການສໍ້ລາດບັງຫຼວງກວ່າ…