(vovworld) – ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາແຂວງເຂດຕາເວັນອອກພາກໃຕ້, ວັນທີ 14/04, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບິ່ງເຟືອກ ເພື່ອຕິດຕາມກວດກາການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ບັນດາມະຕິຂອງສູນກາງ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກແຂວງບິ່ງເຟືອກຄັ້ງທີ 9 ກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ກໍ່ສ້າງພັກ ແລະ ເພື່ອຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດຊົນນະບົດຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ.
“ກໍ່ສ້າງຊົນນະບົດໃໝ່ໃນເງື່ອນໄຂທີ່ພວກເຮົາພວມຫັນເປັນຕົວເມືອງ ແລະ ຫັນເປັນອຸດສາຫະກຳ ສະນັ້ນເຂດຕົວເມືອງ ແລະ ເຂດຊົນນະບົດມີຄວາມຫັນປ່ຽນເຊິ່ງກັນ ແລະ ກັນ. ຕ້ອງເຮັດແນວໃດເພື່ອຮັກສາສີສັນວັດທະນະທຳຂອງຊົນເຜົ່າຢູ່ບ່ອນນີ້, ຮັກສາວັດທະນະທຳພິເສດສະເພາະ ແລະ ເປັນມູນເຊື້ອຂອງເຂດຊົນນະບົດຫວຽດນາມ ແຕ່ກໍຕ້ອງກໍ່ສ້າງຊົນນະບົດໃໝ່ຕາມທິດທັນສະໄໝ ແລະ ຫັນເປັນຕົວເມືອງ, ຫາກບໍ່ພຽງແມ່ນອ່ີງໃສ່ ບັນດາມາດຖານເທົ່ານັ້ນ.”
ເມື່ອເຮັດວຽກກັບຄະນະປະຈຳຄະນະພັກແຂວງ ແລະ ພະນັກງານຫລັກແຫລ່ງແຂວງບິ່ງເຟືອກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ.
“ສຳລັບແຂວງບິ່ງເຟືອກແລ້ວ ຄວາມສາມາດບົ່ມຊ້ອນໃຫຍ່ກວ່າໝູ່ແມ່ນທີ່ດິນ, ພິເສດແມ່ນດິນປູກປ່າ, ດິນປູກຕົ້ນໄມ້ອຸດສາຫະກຳ, ແມ່ນແຫລ່ງຫາລ້ຽງຊີບຂອງປະຊາຊົນ. ສະນັ້ນ, ຕ້ອງວາງແຜນກຳນົດ, ຄຸ້ມຄອງທີ່ດິນໃຫ້ມີປະສິດທິຜົນ, ນຳໃຊ້, ຄຸ້ມຄອງແຫລ່ງຊັບພະຍາກອນແຮ່ທາດ ເຊິ່ງແມ່ນຊັບສິນອັນລ້ຳຄ່າຂອງທ້ອງຖິ່ນ ແລະ ປະເທດຊາດ, ສະກັດກັ້ນຄວາມຫຍໍ້ທໍ້, ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ຂຸດຄົ້ນ, ພັດທະນາຕົ້ນໄມ້ອຸດສາຫະກຳຕິດພັນກັບອຸດສາຫະກຳປຸ້ງແຕ່ງ, ຫັນປ່ຽນໂຄງປະກອບຜົນລະປູກ ແລະ ສັດລ້ຽງ.”
ທ່ານເລຂາທິການໃຫຍ່ ໄດ້ເວົ້າວ່າ ແຂວງບິ່ງເຟືອກ ເຊິ່ງແມ່ນສະຖານທີ່ມີຫລາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ດັ່ງນັ້ນຕ້ອງສືບຕໍ່ປະຕິບັດນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດເປັນຢ່າງດີ, ຊ່ວຍເຫລືອພ້ອມກັນພັດທະນາ; ສ້າງສາຍພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນຂອງປະເທດເພື່ອນມິດ. ໃນພາລະກິດກໍ່ສ້າງພັກ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ຕ້ອງປະຕິບັດວຽການພະນັກງານເປັນຢ່າງດີ, ເພາະວ່າ ນີ້ແມ່ນວຽກງານທີ່ຫລັກແຫລ່ງ.