ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່

(VOVWORLD) -ວັນທີ 01 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍອວຍພອນຂະແໜງການສຶກສາ, ບັນດາຜູ້ເປັນພໍ່ເປັນແມ່ນັກຮຽນ ພ້ອມດ້ວຍບັນດານັກຮຽນ, ນັກສຶກສາ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2019 – 2020.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ - ảnh 1 (ພາບປະກອບ: TTXVN)

        ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມ ເຊິ່ງຂະແໜງການສຶກສາບັນລຸໄດ້ໃນສົກຮຽນ 2018 – 2019 ຜ່ານມາ. ໃນສົກຮຽນໃໝ່ 2019 – 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີຂະແໜງການສຶກສາ ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການສຶກສາ ແລະ ບໍາລຸງສ້າງ, ໂດຍສະເພາະແມ່ນກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ ແລະ ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ໂດຍສະພາແຫ່ງຊາດຫວຽນດາມ ຮັບຮອງເອົາ. ພ້ອມກັນນັ້ນ, ເພີ່ມທະວີການສຶກສາ, ໂຄສະນາກ່ຽວກັບປະຫວັດສາດ, ວັດທະນະທໍາຂອງຊາດ, ຄຸນສົມບັດ, ວິຖີຊີວິດ,ແນວຄິດການປະຕິວັດໃຫ້ແກ່ນັກຮຽນ, ນັກສຶກສາ; ສ້າງສະພາບແວດລ້ອມການສຶກສາປອດໄພ, ໂປ່ງໃສ, ສະໜິດສະໜົມ; ສູ້ຊົນປະຕິບັດສໍາເລັດບັນດາເປົ້າໝາຍຂອງສົກຮຽນ ແລະ ແຜນການໄລຍະ 5 ປີ 2016 – 2020.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກໍປາດຖະໜາວ່າ ບັນດາຄູ, ອາຈານ, ພະນັກງານຄຸ້ມຄອງ, ຜູ້ທີ່ເຮັດວຽກງານໃນຂະແໜງການສຶກສາ ຍາມໃດກໍສຸດຈິດສຸດໃຈຕໍ່ອາຊີບ, ປ່ຽນແປງໃໝ່, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ຫວັງວ່າ ພວກນ້ອງນັກຮຽນ, ນັກສຶກສາ ຈະສືບຕໍເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນຮໍ່າຮຽນ, “ເຄົາລົບນັບຖືຄູບາອາຈານ” ຂອງຊາດ, ບັນລຸຜົນງານຫຼາຍຢ່າງທີ່ດີກວ່າເກົ່າໃນສົກຮຽນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ