ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ ກູ​ບາ

(VOVWORLD) -ວັນທີ 25 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ສາທາລະນະລັດ ກູບາ Lianys Torres Rivera ເນື່ອງໃນໂອກາດເຂົ້າຢ້ຽມອຳລາ ກ່ອນສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ ກູ​ບາ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Lianys Torres Rivera (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊົມເຊີຍທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ໄດ້ສິ້ນສຸດໜ້າທີ່ເປັນເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ເປັນຢ່າງດີ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ ທ່ານນາງເອກອັກຄະລັດຖະທູດໃນການປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ຫວຽດນາມ - ກູບາ ເລິກເຊິ່ງຂຶ້ນຕື່ມ.

        ທ່ານນາງເອກອັກຄະລັດຖະທູດ ສາທາລະນະລັດ ກູບາ Lianys Torres Rivera ຕີລາຄາສູງຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຂອງພະນັກງານ, ຄະນະ, ຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ອັນໄດ້ຊ່ວຍໃຫ້ທ່ານນາງປະຕິບັດໜ້າທີ່ທາງການທູດໃນໄລຍະປະຈຳ ຢູ່ຫວຽດນາມ ໄດ້ເປັນຢ່າງດີ. ທ່ານນາງ ຢັ້ງຢືນວ່າ ເຖິງວ່າ ຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານນາງຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກູບາ - ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ