ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ສົ່ງ​ຈົດ​ໝາຍອ​ວຍ​ພອນ​ເນື່ອງ​ໃນ​ໂອ​ກາດ 70 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວ ຫວຽດນາມ (ວັນທີ 21 ເມສາ 1950 – 21 ເມສາ 2020), ທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງໄດ້ສົ່ງຈົດໝາຍອວຍພອນ.


ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ສົ່ງ​ຈົດ​ໝາຍອ​ວຍ​ພອນ​ເນື່ອງ​ໃນ​ໂອ​ກາດ 70 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ  (ພາບ: chinhphu.vn)

ໃນຈົດໝາຍໄດ້ຊີ້ແຈ້ງວ່າ 70 ປີທີ່ຜ່ານມາ, ນັບແຕ່ວັນສ້າງຕັ້ງຢູ່ ຖານທີ່ໝັ້ນຫວຽດບັກ ໃນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝລັ່ງ, ສະມາຄົມນັກຂ່າວ ຫວຽດນາມລຸ້ນຕ່າງໆ ແລະ ບັນດາຜູ້ເຮັດວຽກງານສື່ມວນຊົນໃນທົ່ວປະເທດຍາມໃດກໍ່ມີຄວາມສາມັກຄີ, ເປັນເຈົ້າການໃນການປະດິດຄິດສ້າງ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ມີການປະກອບສ່ວນທີ່ສຳຄັນຫຼາຍຢ່າງ ເຂົ້າໃຫ້ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີຄວາມປາດຖະໜາຢາກໃຫ້ສະມາຄົມນັກຂ່າວ ຫວຽດນາມ ແລະ ບັນດາສະມາຊິກສະມາຊິກໃນທົ່ວປະເທດ, ເສີມຂະຫຍາຍມູນເຊື້ອປະຕິວັດຂອງຕົນ, ກໍ່ສ້າງສະມາຄົມນັບມື້ນັບພັດທະນາ, ປອດໄສ, ເຂັ້ມແຂງກ່ວາອີກ, ເບິ່ງແຍງ, ບຳລຸງທາງດ້ານແນວຄິດ, ການເມືອງ, ວິຊາສະເພາະໃຫ້ແກ່ບັນດາສະມາຊິກສະມາຄົມຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ