(VOVWORLD) -ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ ດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງມອບຊໍ່ດອກໄມ້ໃຫ້ແກ່ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ (ພາບ: TTXVN) |
ຕອນບ່າຍວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານພິທີປະກາດຂໍ້ຕົກລົງຂອງກົມການເມືອງ ກ່ຽວກັບການຈັດແບ່ງໜ້າທີ່ໃຫ້ຫົວໜ້າຄະນະຈັດຕັ້ງສູນກາງ ແລະ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານ ຫວໍວັນເຖືອງ ຜູ້ປະຈຳຄະນະເລຂານຸການ.
ຕາງໜ້າໃຫ້ກົມການເມືອງ, ທ່ານ ຫງວຽນແທັງບິ່ງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ປະກາດຂໍ້ຕົກລົງສະບັບອອກວັນທີ 5 ເມສາ 2021 ຂອງ ກົມການເມືອງ ວ່າດ້ວຍການຈັດແບ່ງໜ້າທີ່ແກ່ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ ດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານນາງ ບຸ່ຍທິມິງຮວ່າຍ, ເລຂາສູນກາງພັກ, ດຳລົງຕຳແໜ່ງເປັນຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.