ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຕ້ອນຮັບປະທານສະພາແຫ່ງຊາດ ສເກົາຫຼີ Chung Ui – wha
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບປະກອບ)
(vovworld) - ທີ່ການຕ້ອນຮັບປະທານສະພາແຫ່ງຊາດ ສເກົາຫຼີ Chung Ui – wha ໃນວັນທີ 18/3, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ສເກົາຫຼີ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດສຳຄັນ. ປະຈຸບັນ ສເກົາຫຼີ ແມ່ນນັກລົງທຶນໃຫຍ່ກວ່າໝູ່ຢູ່ຫວຽດນາມ, ທັງແມ່ນຄູ່ຮ່ວມມືອັນດັບໜຶ່ງກ່ຽວກັບການຄ້າ ແລະ ການຮ່ວມມື ODA ຂອງຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ຕີລາຄາສູງເລື່ອງສອງປະເທດຫວຽດນາມ - ສເກົາຫຼີ ໄດ້ປະກາດສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ສເກົາຫຼີ ຢ່າງເປັນທາງການ, ສ້າງເງື່ອນເພື່ອໃຫ້ສອງຝ່າຍບັນລຸວົງເງິນການຄ້າ 70 ຕື້ USD ໃນປີ 2020. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ສເກົາຫຼີ ລົງທຶນຢູ່ຫວຽດນາມ, ເນັ້ນໜັກຄວາມສຳຄັນຂອງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນການແບ່ງປັນບົດຮຽນດ້ານນິຕິບັນຍັດ ແລະ ຕິດຕາມກວດກາເລື່ອງປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງປະເທດ.
ສ່ວນທ່ານ ປະທານສະພາແຫ່ງຊາດ ສເກົາຫຼີ Chung Ui – wha ກໍ່ຢືນຢັນວ່າສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ສເກົາຫຼີ ຖືເປັນສຳຄັນແລະ ໄວ້ເນື້ອເຊື່ອໃຈຕໍ່ການພົວພັນກັບຫວຽດນາມ, ຫວັງວ່າຈະເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນຕື່ມ, ແລະ ພັດທະນາຢ່າງຈົບງາມ, ຮ້ອບດ້ານໃນທຸກຂົງເຂດ. ປະທານສະພາແຫ່ງຊາດ ສເກົາຫຼີ Chung Ui – wha ໃຫ້ຮູ້ຈະສືບຕໍ່ມານະພະຍາຍາມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ.