ຕອນເຊົ້າວັນທີ 19/12, ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 67 ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ. ກ່າວຄວາມເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຍ້ອງຍໍບັນດາຜົນງານເຊິ່ງຂະແໜງຕຳຫຼວດບັນລຸໄດ້ໃນປີຜ່ານມາ. ເນັ້ນໜັກເຖິງບັນຫາຕົ້ນຕໍ່ຈຳນວນໜຶ່ງ ເຊິ່ງກຳລັງຕຳຫຼວດຄວນຜັນຂະຫຍາຍໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:
”ກຳລັງຕຳຫຼວດ ປຊຊ ຕ້ອງຮັກສາຄວາມສະຫງົບປອດໄພຂອງຊາດໃນທຸກສະຖານະການ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ເປັນເຈົ້າການໃນການກຳແໜ້ນສະພາບການ, ສະກັດກັ້ນຢ່າງທັນການ ແລະ ເຮັດໃຫ້ທຸກກົນອຸບາຍຂອງບັນດາກຳລັງທີ່ເປັນປໍລະປັກປະລາໄຊ; ຮັບປະກັນຄວາມປອດໄພພາຍໃນ, ເສດຖະກິດ, ວັດທະນະທຳ, ແນວຄິດ, ຂໍ້ມູນຂ່າວສານ, ແກ້ໄຂສະພາບການສັບສົນທີ່ເກີດຂຶ້ນຢ່າງທັນການ, ປົກປັກຮັກສາບັນດາຈຸດໝາຍສຳຄັນ ແລະ ມີຄວາມຈຳເປັນ ກໍ່ຄື ບັນດາເຫດການສຳຄັນຍິ່ງຂອງປະເທດຊາດ”
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ສະເໜີໃຫ້ກະຊວງຕຳຫຼວດ ຄວນສືບຕໍ່ຊາບຊືມ, ຫັນເປັນລະອຽດ, ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງກຳລັງຕຳຫຼວດ ປຊຊ, ຮັກສາສະຖຽນລະພາບທາງການເມືອງ, ສັງຄົມ, ພ້ອມແລ້ວທີ່ຈະຮັບມືກັບການຂົ່ມຂູ່ຂອງອາດສະຍາກຳຂ້າມຊາດທີ່ມີລັກສະນະທົ່ວໂລກ. ພິເສດແມ່ນຄວນເພີ່ມທະວີການພົວພັນລະຫວ່າງກຳລັງຕຳຫຼວດກັບປະຊາຊົນ, ກໍ່ສ້າງທ່າຮົບປຊຊ ປ້ອງກັນຄວາມສະຫງົບ ຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງ ແລະຮອບດ້ານ.