(vovworld) – ຕອນເຊົ້າວັນທີ 28/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີສ.ເບລາຣຸດ Lucashenko. ໃນໂທລະເລກຂອບໃຈທີ່ຝາກເຖິງທ່ານປະທານາທິບໍດີ ເບລາຣຸດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ການຢ້ຽມຢາມໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບປະເທດທີ່ສວຍງາມ, ສັນຕິສຸກ, ປະຊາຊົນຊາວເບລາຣຸດ ທີ່ມີໃຈດີ, ໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນ ແລະ ນັບມື້ນັບພັດທະນາ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ, ໝາກຜົນການຢ້ຽມຢາມຈະປະກອບສ່ວນສຳຄັນເພື່ອຊຸກຍູ້ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ເບລາຮຸດ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນລວມຂອງພາກພື້ນ ແລະ ຢູ່ໃນໂລກ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 27/11, ທີ່ສຳນັກງານສະພາແຫ່ງຊາດຢູ່ນະຄອນຫຼວງ Minsk, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ພົບປະແລກປ່ຽນຄຳເຫັນກັບທ່ານ Anatoly N. Bi Rubinov, ປະທານສະພາສູງເບລາຣຸດ ກ່ຽວກັບການພົວພັນ 2 ຝ່າຍ ແລະ ສະພາບການເຄື່ອນໄຫວຂອງສະພາແຫ່ງຊາດ 2 ປະເທດ. 2 ຝ່າຍ ໄດ້ເຫັນດີນຳກັນໂດຍຖືວ່າ: ການຮ່ວມມື, ມິດຕະພາບລະຫວ່າງສະພາແຫ່ງຊາດ 2 ປະເທດມີທີ່ຕັ້ງສຳຄັນຫຼາຍໃນການພັດທະນາການພົວພັນຮ່ວມມືຍາວນານ, ໝັ້ນຄົງໃນທຸກຂົງເຂດລະຫວ່າງ ຫວຽດນາມ ແລະ ເບລາຣຸດ. 2 ຝ່າຍ ໄດ້ເນັ້ນໜັກວ່າ: ຄວນສືບຕໍ່ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດເບລາຣຸດ (ເດືອນ 4/2009), ເຊິ່ງແມ່ນພື້ນຖານນິຕິກຳສຳຄັນໃຫ້ການເພີ່ມທະວີການພົວພັນຮ່ວມມື 2 ຝ່າຍ ລະຫວ່າງອົງການນິຕິບັນຍັດ 2 ປະເທດຢ່າງມີປະສິດທິຜົນ; ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ 2 ປະເທດກ່ວາອີກ… 2 ຝ່າຍຖືວ່າ: ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ-ເບລາຣຸດ ແລະ ກຸ່ມປະຕິບັດງານຂອງສະພາແຫ່ງຊາດແຫ່ງສາທາລະນະເບລາຣຸດ ຄວນຮ່ວມມືຢ່າງແໜ້ນແຟ້ນກ່ວາອີກກັບສະພາແຫ່ງຊາດຫວຽດນາມ ເພື່ອສວມບົດບາດແມ່ນຂົວຕໍ່ທີ່ຕັ້ງໜ້າໃຫ້ທຸກການເຄື່ອນໄຫວຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.
ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຢ້ຽມຢາມໂຮງງານຜະລິດລົດໂອໂຕ Minsk (MAZ). ໄປຢ້ຽມຢາມຫໍພິພິຕະພັນປະຫວັດສາດສົງຄາມປ້ອງກັນຊາດອັນຍິ່ງໃຫຍ່.
ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ກໍ່ພົບປະກັບບັນດາສະມາຊິກສະມາຄົມມິດຕະພາບ ເບລາຣຸດ-ຫວຽດນາມ ແລະ ບັນດານັກຮົບເກົ່າ ເບລາຣຸດ ທີ່ເຂົ້າຮ່ວມສົງຄາມຢູ່ຫວຽດນາມ.
ແລະກໍ່ໃນວັນທີ 27/11, ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວູຮຸຍຮ່ວາງ ໄດ້ເຮັດວຽກກັບຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ-ການຄ້າ ເບລາຣຸດ-ຫວຽດນາມ; ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດ ບຸຍວັນນາມ ໄດ້ເຮັດວຽກກັບທ່ານປະທານຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ເບລາຣຸດ; ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ເຈືອງກວາງແຄ໋ງ ໄດ້ເຮັດວຽກກັບວິທະຍາຄານການທະຫານ ເບລາຣຸດ.
ການຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ. ເບລາຣຸດ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນຂີດໝາຍສຳຄັນນຳການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດຂຶ້ນສູ່ລະດັບສູງໃໝ່ ແລະ ແມ່ນກຳລັງໜູນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ເບລາຣຸດ ຢ່າງແຮງ ແລະ ເລິກເຊິ່ງກ່ວາອີກ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ. ທ່ານ ຮ່ວາງບິ່ງກວນ ໃຫ້ຮູ້ວ່າ: ທັງ ລັດເຊຍ ແລະ ເບລາຣຸດ ລ້ວນແຕ່ຕີລາຄາສູງບົດບາດຂອງ ຫວຽດນາມ, ຢັ້ງຢືນວ່າ: ຖືການພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ເນັ້ນໜັກ ຫວຽດນາມ ມີທີ່ຕັ້ງບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງເຂົາເຈົ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເວົ້າສະເພາະ ແລະ ອາຊີ ເວົ້າລວມ. ຫວຽດນາມ ເຫັນດີເປັນເອກະສັນພ້ອມກັບ ລັດເຊຍ, ເບລາຣຸດ ຍູ້ໄວການເຈລະຈາເພື່ອເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສຳພັນທະມິດພາສີໃນປີ 2015, ເຊິ່ງແມ່ນປັດໄຈສຳຄັນສ້າງສະພາບແວດລ້ອມສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ລັດເຊຍ, ເບລາຣຸດ ຮ່ວມມືຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ. ການນຳ ຫວຽດນາມ ແລະ ລັດເຊຍ, ເບລາຣຸດ ລ້ວນແຕ່ເນັ້ນໜັກຄວາມຈຳເປັນຕ້ອງແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ ອາຊີ - ປາຊີຟິກ, ຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ເຊິ່ງລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສະໜັບສະໜູນເລື່ອງຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນແລະ ບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.