ທ່ານເລຂາທິການໃຫຍ່ Nguyen Phu Trong ເຮັດວຽກກັບ ສະພາທິດສະດີສູນກາງ

ທ່ານເລຂາທິການໃຫຍ່     Nguyen Phu Trong   ເຮັດວຽກກັບ      ສະພາທິດສະດີສູນກາງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​​​ເຮັດ​ວຽກ​ກັບ
ສະພາ​ທິດ​ສະ​ດີ​ສູນ​ກາງ
ພາບ:vietnamnet.vn

(vovworld) - ຕອນ​ບ່າຍ​ວັນ​ທີ 29/3 ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະພາ​ທິດ​ສະ​ດີ​ສູນ​ກາງ. ບົດ​ລາຍ​ງານ​ຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ​ໃຫ້​ຮູ້​ວ່າ: ​ໃນ 7 ​ເດືອນ​ຜ່ານ​ມາ, ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ຫລາຍ​ຢ່າງ, ຮັບ​ໃຊ້​ວຽກ​ງານ​ນຳພາ​ຂອງ​ພັກ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ. ສະພາ​ທິດ​ສະ​ດີ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາຫລາຍ​ຄັ້ງ​ສຳ​ເລັດ​ຜົນ, ລາຍ​ງານ​ກົມ​ການ​ເມືອງ, ຄະນະ​ເລຂາ, ປະກອບສ່ວນ​ໃນ​ການ​ສ້າງບັນດາ​ແຜນ​ຮ່າງຍືນ​ສະ​ເຫ​ນີກອງ​ປະ​ຊຸມ ຄັ້ງ​ທີ 4 ​ແລະ ຄັ້ງ​ທີ 5 ​ຂອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມຊຸດທີ 11 ສຳ​ເລັດ​ຜົນ​, ສ້າງ​ໂຄງການ​ຄົ້ນ​ຄ້ວາ​ທິດ​ສະ​ດີກາ​ນ​ເມືອງ​ໄລຍະ 2011 - 2015. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ທິດ​ສະ​ດີ​ສູນ​ກາງຈະສຸມ​ໃສ່​ຕິດຕາມ​ສະພາບ​ການ​ການ​ເມືອງ, ​ເສດຖະກິດ, ສັງຄົມ ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ກຳ​ແຫນ້ນ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ພົບ​ເຫັນ ​ແລະ ຄາດ​ຄະ​ເນ​ບັນຫາ​ໃຫມ່, ຮີບ​ດ່ວນ ​ໃນ​ວິວັດ​ການ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ການ​ໃນ​ການສະ​ເຫ​ນີ ​ແລະ ຈັດ​ຕັ້ງ​ຄົ້ນ​ຄ້ວາ, ສະຫນອງ​ຫລັກ​ຖານ​ທິດ​ສະ​ດີ ພຶດຕິ​ກຳ​ຕົວ​ຈິງ​ເປັນ​ພື້ນຖານ​​​ໃຫ້​ແກ່​ການວາງ​ແຜນ​ກຳນົດ, ພັດທະນາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​. ກ່າວ​ຄຳ​ເຫັນ​ທ່ີ​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຖື​ວ່າ: ສະພາ​ທິດ​ສະ​ດີ​ສູນ​ກາງ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃຫມ່​ຢ່າງ​ແຂງ​ແຮງ​ກວ່າ​ອີກ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັບ​ອົງການ​ຄົ້ນ​ຄ້ວາ​ວິທະຍາສາດ, ຄະນະ​ພັກ​ຢ່າງ​ແຫນ້ນ​ແຟ້ນ, ສືບ​ຕໍ່​ມີ​ການ​ປະກອບສ່ວນ​ສຳຄັນ​ໃນ​ວຽກ​ງານ​ເສ​ນາ​ທິການ, ກວດກາ, ​ເປັນ​ທີ່​ປຶກສາ​ໃຫ້​ແກ່​ກົມ​ການ​ເມືອງ, ຄະນະ​ເລຂາ, ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການວາງ​ແຜນ​ກຳນົດ ​ແລະ ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ