( vovworld ) – ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມກູຍບາ ຢ່າງເປັນທາງການ, ວັນທີ 11/4, ທ່ານເລຂາທິຫານໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດກູຍບາ Ricardo Alrcon, ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ພັກຝ່າຍຊ້າຍເອກະພາບສາທາລະນະລັດ Dominica ( MIU ), ລັດຖະມົນຕີລັດຖະບານແຫ່ງສາທາລະນະລັດ Dominica Jose Miguel Mejia.
ທ່ານເລຂາທິຫານໃຫຍ່ Nguyen Phu Trong ແລະ ທ່ານປະທານສະພາແຫ່ງຊາດກູຍບາ Ricardo Alrcon ລ້ວນແຕ່ຢືນຢັນຄວາມປາດຖະໜາ ແລະ ຕັດສິນໃຈເຮັດໃຫ້ຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ໃນນັ້ນມີການພົວພັນລະຫວ່າງສອງສະພາແຫ່ງຊາດ, ນັບທັງສອງຝ່າຍ ແລະ ຫຼາຍຝ່າຍຢ່າງເລິກເຊິ່ງກວ່າອີກ.
ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ພັກ MIU, ລັດຖະມົນຕີລັດຖະບານສາທາລະນະລັດ Dominica Jose Miguel Mejia, ທ່ານເລຂາທິຫານໃຫຍ່ Nguyen Phu Trong ຢືນຢັນຄືນໃໝ່ການສະໜັບສະໜູນ, ຄວາມສາມັກຄີຂອງພັກກອມມູນິດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ອັນເປັນທຳຂອງພັກ MIU ແລະ ປະຊາຊົນ Dominicaca, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການເພື່ອແນໃສ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການພົວພັນຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃນໄລຍະທີ່ຈະມາເຖິງ. ເນື່ອງໃນໂອກາດນີ້, ຄະນະຜູ້ແທນຫວຽດນາມ ໄດ້ມອບໃຫ້ປະຊາຊົນສາທາລະນະລັດ Dominica 300.000 USD ເພື່ອກໍ່ສ້າງໂຮງຮຽນຢູ່ຖະໜົນໃສ່ຊື່ຫວຽດນາມ ຢູ່ນະຄອນຫຼວງ Dominica.
ແລະກໍໃນວັນດຽວກັນ, ການນຳກະຊວງການເງິນ, ກະຊວງກໍ່ສ້າງຂອງສອງປະເທດໄດ້ລົງນາມໃນບົດບັນຖືກຊ່ວຍຈຳກ່ຽວກັບການຮ່ວມມືດ້ານດານເງິນໄລຍະ 2012 – 2015 ຕາມລຳດັບ ແລະ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລົງທຶນກໍ່ສ້າງໂຮງແຮມ 5 ດາວຢູ່ Lahabana ທີ່ມີມູນຄ່າ 250 ລ້ານ USD.