ທ່ານເວືອງດີ່ງເຮ້ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ການນຳ Central Group (ໄທ)
ທ່ານ ເວືອງດີ່ງເຮ້ ຮອງນາຍົກລັດຖະມົນຕີ
ໄດ້ຕ້ອນຮັບ ທ່ານາງ Jariya Chirathivat
(ພາບ: VGP)
vovworld - ຕອນບ່າຍວັນທີ 3/10, ທີ່ ຮ່າໂນ້ຍ, ທ່ານ ເວືອງດີ່ງເຮ້ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ທ່ານາງ Jariya Chirathivat ຜູ້ອຳນວຍການໃຫຍ່ ທັງແມ່ນ ຜູ້ຕາງໜ້າກົດໝາຍ ຂອງ Central Group (ໄທ). ນະທີ່, ທ່ານ ເວືອງດີ່ງເຮ້ ຮອງນາຍົກລັດຖະມົນຕີ ຕີລາຄາສູງ Central Group ໄດ້ເຊື່ອໝັ້ນລົງທຶນ, ຮ່ວມມືກັບບັນດາຄູ່ຮ່ວມມື ຂອງຫວຽດນາມໃນບັນດາຂົງເຂດແຈກຢາຍ, ຂາຍຍົກ, ຂາຍຍ່ອຍ ກໍ່ຄືບັນດາໂຄງການໃນຂົງເຂດອະສັງຫາລິມະຊັບ. ທ່ານ ຮອງນາຍົກລັດຖະມົນຕີ ຫວັງວ່າ Central Group ສືບຕໍ່ລົງທຶນໃນຂົງເຂດແຈກຢາຍ, ຂາຍຍົກຂາຍຍ່ອຍ, ຮ່ວມມືກັບຄູ່ຮ່ວມມືຫວຽດນາມເປັນຢ່າງດີເພື່ອຍົກສູງຄຸນນະພາບການແຈກຢາຍ, ຮັບໃຊ້ ຂອງ ລະບົບຂາຍຍ່ອຍຫວຽດນາມ; ນຳບັນດາຜະລິດຕະພັນສິນຄ້າທີ່ມີຄຸນນະພາບສູງ ຂອງໂລກ, ພິເສດແມ່ນຂອງກຸ່ມອາຊຽນເຂົ້າ ຫວຽດນາມ, ເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບສູງຂອງປະຊາຊົນ. ທ່ານ ເວືອງດີ່ງເຮ້ ຮອງນາຍົກລັດຖະມົນຕີ ສະເໜີ Central Group ເປັນເຈົ້າ ການຮ່ວມສຳພັນລະບົບການຜະລິດ ກັບບັນດານັກຜະລິດຫວຽດນາມ ໃນຂົງເຂດອຸດສາຫະກຳ, ກະສິກຳ ເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຮັບປະກັນສຸຂະອະນາໄມຂອງອາຫານ, ຢູ່ໃນບັນດາຮ້ານຊັບພະສິນຄ້າຂອງຫວຽດນາມ. Central Group ຄວນສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຢ່າງແໜ້ນແຟ້ນ ໃນການແນະນຳບັນດາສາຂາ, ຕົວແທນຈຳໜ່າຍເຄື່ອນໄຫວໃນກົດໝາຍຫວຽດນາມ ແລະ ສ່ອງແສງບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ ຂອງ Central Group ຢ່າງວ່ອງໄວ ເພື່ອອຳນາດການປົກຄອງແກ້ໄຂຢ່າງທັນການ.