ທ່ານເອກອັກຄະລັດຖະທູດຫວຽດນາມຕອບສຳພາດຕໍ່ນັກຂ່າວອີຣານ
ທ່ານ ຫງວຽນຮົ່ງແທກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ
ພາບ:internet
|
(vovworld)- ທ່ານປະທານປະເທດເຈືອງເຕີນຊາງຈະເດີນທາງເຖິງນະຄອນຫລວງ ເຕເຮຣານ ໃນວັນທີ 13/3, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອີຣານ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນຮົ່ງແທກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ໄດ້ຕອບສຳພາດຕໍ່ນັກຂ່າວ Tehran Times ຂອງອີຣານ ກ່ຽວກັບແງ່ຫວັງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອີຣານ. ທ່ານ ຫງວຽນຮົ່ງແທກ ຊີ້ແຈ້ງວ່າ: ຂໍ້ຕົກລົງນິວເຄຼຍ ແມ່ນບາດກ້າວບຸກທະລຸໃຫຍ່ສຳລັບຂະແຫນງການທູດອີຣານ. ຂໍ້ຕົກລົງນີ້ຈະສົ່ງຜົນສະທ້ອນຢ່າງຕັ້ງຫນ້າເຖິງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອີຣານ. ຫວຽດນາມ ແລະ ອີຣານ ຄວນຊຸກຍູ້ການແລກປ່ຽນດ້ານການຄ້າ ແລະ ການຮ່ວມມືທ່ອງທ່ຽວ. ເນື່ອງໃນໂອກາດການຢ້ຽມຢາມ ອີຣານ ຂອງທ່ານປະທານປະເທດ ເຈີງເຕີນຊາງ ຄັ້ງນີ້, ສອງຝ່າຍຈະປຶກສາຫາລືຄວາມສາມາດສ້າງຕັ້ງບໍລິສັດຮ່ວມທຸລະກິດຢູ່ ຫວຽດນາມ ລະຫວ່າງ ກຸ່ມບໍລິສັດລົງທຶນ Ghadir ຂອງອີຣານ ແລະ ກຸ່ມບໍລິສັດນ້ຳມັນອາຍແກສ Petrovietnam. ນອກນັ້ນ ສອງປະເທດ ຈະລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານສູນກາງ ອີຣານ.