(VOVWORLD) -ວັນທີ 16 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມກາວຟອງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານນາງ Julie Payette, ຜູ້ມີອຳນາດເຕັມແຫ່ງການາດາ ຕາມຮູບແບບທາງອອນລາຍ.
ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມກາວຟອງ
(ພາບ: TTXVN)
|
ເມື່ອໂອ້ລົມກັບທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ, ທ່ານນາງ Julie Payette ໄດ້ສະແດງອາລົມຈິດຄວາມຮັກແພງຕໍ່ປະເທດຫວຽດນາມ, ຫວນຄືນການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວັນຟຸກ ເມື່ອທ່ານໄປຢ້ຽມຢາມການາດາ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເມືອປີ 2018 ແລະ ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃຫ້ພັດທະນາກວ່າອີກໃນໄລຍະຈະມາເຖິງ.