ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວ່ານ​ທັງ ຢັ້ງ​ຢືນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ

(VOVWORLD) -ວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງວັນປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ແລະ ວັນສ້າງຕັ້ງຂະແໜງການທູດ ຫວຽດນາມ ຄົບຮອບ 76 ປີ.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວ່ານ​ທັງ ຢັ້ງ​ຢືນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ - ảnh 1ທ່ານເອກອັກຄະລັດຖະທູດ ດິງຕວ່ານທັງ ກ່າວຄຳເຫັນທີ່ພິທີ (ພາບ: ນັກຂ່າວ VOV ປະຈຳ ຝຣັ່ງ)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ດິງຕວ່ານທັງ ເນັ້ນໜັກວ່າ ຫວຽດນາມ ມີຄວາມເອກອ້າງທະນົງໃຈ ທີ່ໃນຕະຫຼອດ 7 ທົດສະວັດຜ່ານມາ ໄດ້ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນດ້ານການເມືອງ, ເສດຖະກິດ, ສັງຄົມ ພ້ອມທັງປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືໃນໂລກຢ່າງແໜ້ນແຟ້ນ.

ຕີລາຄາກ່ຽວກັບສາຍພົວພັນລະຫວ່າງ ຝລັ່ງ - ຫວຽດນາມ, ທ່ານເອກອັກຄະລັດຖະທູດ ດິງຕວ່ານທັງ ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວພັດທະນາຢ່າງມີປະສິດທິຜົນຂອງການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ສະຫະສະມາຄົມ ແລະ ກົນໄກອື່ນໆກັບ ຝລັ່ງ. ປີ 2023, ຫວຽດນາມ ຈະສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ ຄົບຮອບ 10 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຝລັ່ງ - ຫວຽດນາມ ຄົບຮອບ 50 ປີ. ທ່ານເອກອັກຄະລັດຖະທູດ ຖືວ່າ ການແລກປ່ຽນການເມືອງຂັ້ນສູງຄັ້ງຕ່າງໆໃນຊຸມເດືອນມໍ່ໆມານີ້ ແລະ ຈະດຳເນີນໃນໄລຍະຈະມາເຖິງ ຈະຊ່ວຍສ້າງກຳລັງໜູນໃໝ່ໃຫ້ແກ່ສາຍພົວພັນສອງຝ່າຍ.

ທ່ານເອກອັກຄະລັດຖະທູດ ດິງຕວ່ານທັງ ຢັ້ງຢືນທັດສະນະຂອງ ຫວຽດນາມ ແມ່ນ ສືບຕໍ່ນະໂຍບາຍສັນຕິພາບ ແລະ ຮ່ວມມືເພື່ອຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາ; ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບກົດໝາຍສາກົນ, ສະເໝີພາບ, ຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເສີມຂະຫຍາຍນ້ຳໃຈສາມັກຄີ ເພື່ອຕ້ານຄືນໂລກລະບາດ, ຟື້ນຟູການພັດທະນາເສດຖະກິດ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ