ທ່ານ ພົນເອກ ໂຕເລິມ ແລະ
ທ່ານ Ahmad Zahid Hamidi
(ພາບ: ຫວຽດນາມ+)
(vovworld) – ໂດຍຕອບສະໜອງຄຳເຊີນ ຂອງທ່ານ Ahmad Zahid Hamidi, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ມາເລເຊຍ, ທ່ານ ພົນເອກ ໂຕເລິມ, ລັດຖະ ມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ນຳໜ້າ ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ເດີນທາງໄປ ຢ້ຽມຢາມ ແລະ ເຮັດວຽກ ຢູ່ມາເລເຊຍ ຢ່າງເປັນທາງການ. ໃນວັນທີ 7/6, ຢູ່ນະຄອນຫຼວງ Kuala Lumpur. ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ໄດ້ພົບປະເຈລະຈາ ກັບ ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ມາເລເຊຍ. ທ່ານ Ahmad Zahid Hamidi, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ມາເລເຊຍ ໄດ້ຕີລາຄາສູງການຢ້ຽມຢາມ ຢ່າງເປັນທາງການ ຂອງ ທ່ານ ລັດຖະມົນຕີ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ. ທ່ານ ລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການຮ່ວມມື ລະຫວ່າງ ຫວຽດນາມ ແລະ ມາເລເຊຍ ສືບຕໍ່ໄດ້ຮັບການຮັກສາ ແລະ ມີບາດກ້າວພັດທະນາ ຢ່າງຕັ້ງໜ້າ ໃນທຸກຂົງເຂດ, ເປັນຕົ້ນແມ່ນພາຍຫຼັງ ທີ່ສອງລັດຖະບານ ອອກຖະແຫຼງການຮ່ວມ ກ່ຽວກັບຂອບເຂດ ການພົວພັນຄູ່ຮ່ວມມືຍຸດທະສາດ, ສ້າງກຳລັງໜູນໃໝ່ ຊຸກຍູ້ການພົວພັນຮ່ວມມື ໃນທຸກດ້ານ ລະຫວ່າງ ສອງປະເທດ, ໃນນັ້ນການຮ່ວມມື ທາງດ້ານການເມືອງ, ການປ້ອງກັນຄວາມສະຫງົບ ແມ່ນມີບົດບາດເປັນເສົາຄ້ຳ.
ເນື່ອງໃນໂອກາດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ມາເລເຊຍ, ທ່ານ ລັດຖະມົນຕີ ໂຕເລິມ ໄດ້ໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ.