ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ
(VOVWORLD) -ວັນທີ 27 ສິງຫາ, ຢູ່ບາງກອກ, ໄທ, ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Elin Agdestein ຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ ໃນໂອກາດໄປເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA 40).
ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ Elin Agdestein ຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ
|
ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ 2 ຝ່າຍ, ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການ ການຕ່າງປະເທດເຊື່ອໝັ້ນວ່າ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - EU (EVFTA) ທີ່ໄດ້ຮັບການໃຫ້ສັດຕະຍາບັນແລະ ນຳເຂົ້າປະຕິບັດນັ້ນຈະເປີດອອກບັນດາກາລະໂອກາດໃນການດຳເນີນທຸລະກິດໃໝ່ໃຫ້ແກ່ປະຊາຄົມວິສາຫະກິດສອງຝ່າຍ. ພ້ອມທັງປະກອບສ່ວນຊຸກຍູ້ວິສາຫະກິດ ນອກແວ ມາລົງທຶນເຂົ້າ ຫວຽດນາມໃນບັນດາຂົງເຂດຄື: ການຂົນສົ່ງທາງທະເລ, ນ້ຳມັນອາຍແກັດ, ຕໍ່ກ່ຳປັ່ນ, ພະລັງງານຜະລິດຄືນໃໝ່… ທີ່ການແລກປ່ຽນ, ທ່ານ ຫງວຽນວັນເຢົ່າກໍ່ສະແດງຄວາມປາດຖະໜາຢາກໃຫ້ ນອກແວ ສະໜັບສະໜູນຫຼັກໝັ້ນອັນຊອບທຳຂອງ ຫວຽດນາມ ແລະ ອາຊຽນ ໃນການແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).
ດ້ວຍຖານະແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ທ່ານນາງ Elin Agdestein ເນັ້ນໜັກວ່າ: ລັດຖະສະພານອກແວ ກໍ່ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 41 ເຊິ່ງຈະໄດ້ຈັດຕັ້ງຢູ່ ຫວຽດນາມ. ພ້ອມທັງຖືວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາການຮ່ວມມືລະຫວ່າງ ສອງປະເທດຍັງໃຫຍ່ຫຼວງຢູ່, ຫົວໜ້າຄະນະຜູ້ແທນລັດຖະສະພາ ນອກແວ ກໍ່ສະເໜີໃຫ້ມີບັນດາການພົບປະກັບຝ່າຍ ຫວຽດນາມ ຢູ່ນອກ ກອງປະຊຸມສະມັດຊາໃຫຍ່ AIPA 41 ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາໃນການຮ່ວມມືລະຫວ່າງສອງປະເທດຢ່າງລະອຽດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງ Elin Agdestein ໄດ້ຊີ້ແຈ້ງວ່າ ນອກແວ ເຫັນດີ ແລະ ສະໜັບສະໜູນທັດສະນະຂອງ ຫວຽດນາມ ໃນເລື່ອງບັນດາປະເທດຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ເຄົາລົບອະທິປະໄຕຢູ່ທະເລຂອງບັນດາປະເທດ