ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງ້ອານ

ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງ້ອານ - ảnh 1
(ທ່ານ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ)
(vovworld) -     ຕອນ​ເຊົ້າ​ວັນ​ທີ 15/03, ທ່ານ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ພັກ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຕາ​ແສງ ນາມ​ແອ​ງ, ​ເມືອງ​ນາມ​ດ່ານ, ​ແຂວງ ​ເງ້ອານ. ທ່ານ ​ເລ​ຮົ່ງ​ແອ​ງ ​ເນັ້ນ​ໜັກວ່າ, ​ເມືອງ​ນາມ​ດ່ານ ຄວນ​ສຸມ​ໃສ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາ​ມທຸກ​ຍາກ. ​ເມືອງ​ນາມ​ດ່ານ ຕ້ອງ​ນຳ​ບັນດາ​ຜົນລະປູກ, ສັດລ້ຽງ​ທີ່​ມີມູນຄ່າ​ເຂົ້າ​ໃນ​ການ​ຜະລິດ​ເພື່ອສ້າງ​ບາດກ້າວ​ບຸກທະ​ລຸ; ສຸມ​ໃສ່​​ເປັນ​ພິ​ເສດຍູ້​ແຮງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພ້ອມ​ກັນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ແຫຼ່ງພະນັກງານ ​ແລະ ບຳລຸງ​ສ້າງ​ພະ​ນັກ​ງານ. ກ່ອນ​ໜ້າ​ນັ້ນ, ຄະນະ​ປະຕິບັດ​ງານ​ໄດ້​​ໄປຖະຫວາຍ​ທູບ​ທຽນອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ຢູ່​ເຂດ​ປູ​ຊະນີຍະສະ​ຖານ ກິມລຽນ.
ຂ່າວ/ບົດ​ອື່ນ