ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ​ປະ​ຈຳ ຫວຽດ​ນາມ ທາ​ນີ ແສງ​ຣ​ັດ ຕີ​ລາ​ຄາ​ສູງ​ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ Covid – 19

(VOVWORLD) - ຫວຽດນາມແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດທີ່ສຸດໃນໂລກ ຖ້າຫາກເບິ່ງສັງເກດຕົວເລກຜູ້ຕິດເຊື້ອພະຍາດ Covid – 19. 

ຕາມທ່ານ ທານີແສງຣັດແລ້ວ, ຫວຽດນາມມີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແຮງທີ່ສຸດໂດຍໄວ. ດັ່ງນັ້ນ ຫວຽດນາມມີຜູ້ຕິດເຊື້ອຈຳນວນໜ້ອຍ ແລະ ຍັງບໍ່ມີຜູ້ໃດເສຍຊີວິດ. ນອກຈາກນັ້ນ, ຫວຽດນາມຍັງສົ່ງສິນຄ້າໜູນຊ່ວຍ, ອຸປະກອນການແພດໄປຍັງບັນດາປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກ ໂລກລະບາດ Covid – 19 ຄືອັງກິດ, ຊູແອັດ, ລັດເຊຍ, ອາເມລິກາ, ລາວ, ກຳປູເຈຍ…

ຕອບກັບ

ຂ່າວ/ບົດ​ອື່ນ