ທ່ານ J. Widodo ປະທານາທິບໍດີ ອິນໂດເນເຊຍ ສ້າງຂີດໝາຍ ໃນການດຳລົງຕຳແໜ່ງປະທານາທິບໍດີ ອາຍຸການ ທີ 2 ຄົບຮອບ 100 ວັນດ້ວຍອິດທິພົນຊື່ສຽງສູງ
(VOVWORLD) -ຕາມໝາກຜົນຂອງການສຳຫຼວດຫຼ້າສຸດ ຂອງ ອົງການ ສຳຫຼວດ ຫາງສຽງ ອິນໂດ Barometerແລ້ວ, ອັດຕາ ຜູ້ສະໜັບສະໜູນຕໍ່ທ່ານ J. Widodo ປະທານາທິບໍດີ ອິນໂດເນເຊຍແມ່ນຢູ່ໃນລະດັບສູງ ພາຍຫຼັງການດຳລົງຕຳແໜ່ງປະທານາທິບໍດີ ອາຍຸການທີ 2ມາໄດ້ 100 ວັນ.
ທ່ານ J. Widodo ປະທານາທິບໍດີ ອິນໂດເນເຊຍໄປກວດເຂດໄຟໄມ້ປ່າ ໃນວັນທີ 17 ກັນຍາ 2019
(ພາບ: AFP/TTXVN)
|
ຕາມໝາກຜົນຂອງການສຳຫຼວດທີ່ໄດ້ປະກາດໃນວັນທີ 16 ກຸມພາ, ມີ ກ່ວາ 70% ຈຳນວນຜູ້ຖືກຖາມຮູ້ສຶກພໍໃຈກ່ຽວກັບປະສິດທິຜົນວຽກງານຂອງທ່ານ ປະທານາທິບໍດີ J. Widodo. ສ່ວນທ່ານ Rokhmin Dahuri ນັກການເມືອງຂຶ້ນກັບພັກປະຊາທິປະໄຕຕໍ່ສູ້ ຂອງອິນໂດເນເຊຍ (PDI-P) ກຳອຳນາດຖືວ່າ ອັດຕາຜູ້ສະໜັບສະໜູນທ່ານ J. Widodo ຢູ່ໃນລະດັບສູງນັ້ນແມ່ນສິ່ງທີ່ອາດຈະຄາດຄະເນລ່ວງໜ້າໄດ້, ແຕ່ວ່າບໍ່ໄດ້ປະໝາດໃນສະພາບການ ເຕີບໂຕເສດຖະກິດຍັງອືດອາດຊັກຊ້າ.