ທ່ານ Obama ຮັບໄຊຊະນະ ໃນການເລືອກຕັ້ງເປັນ ປະທານາທິບໍດີອາເມລິກາ ອີກສະໄໝ1

 ທ່ານ Obama ຮັບໄຊຊະນະ ໃນການເລືອກຕັ້ງເປັນ ປະທານາທິບໍດີອາເມລິກາ ອີກສະໄໝ1 - ảnh 1
ທ່ານ​ປະທານາທິບໍດີ Barack Obama, ຍາດ​ໄດ້​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ
(ພາບ: ອີນເຕີແນດ)


(vovworld) -     ຕາມ​ໝາກຜົນ​ຂອງ​ການ​ນັບ​ບັດ​​ໃນ​ເບື້ອງ​ຕົ້ນ, ຕອນ​ເຊົ້າ​ວັນ​ທີ 7/11 (ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານາທິບໍດີ Barack Obama, ຍາດ​ໄດ້​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ. ສະ​ນັ້ນ, ທ່ານ Obama ຈະ​ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ​ແລະ ຜູ້​ບັນຊາ​ການ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ ​ໃນ​ອາຍຸ​ການ​ແຕ່ 2013 – 2016. ​ໄລ​ມາ​ຮອດ​ຈຸດ​ເວລາ​ນີ້, ທ່ານ Obama ຍາດ​ໄດ້ 303 ບັດຂອງ​ຜູ້ຕາງໜ້າ​ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ, ​ໃນ​ຂະນະ​ນັ້ນ, ທ່ານ Mitt Romney ຍາດ​ໄດ​້ພຽງ​ 206 ບັດ​ເທົ່າ​ນັ້ນ. ສະ​ນັ້ນ, ທ່ານ Obama ​ແມ່ນ​ຜູ້​ທີ 2 ຂອງ​ພັກ​ປະຊາທິປະ​ໄຕ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ໃນ 2 ອາຍຸ​ການຢ່າງ​ລຽນ​ຕິດ. ພາຍຫຼັງ​ໝາກຜົນ​ການ​ເລືອກ​ຕັ້ງ​ໄດ້​ປະກາດ, ທ່ານ​ອະດີດ​ຜູ້​ວ່າການ​ລັດ Mitt Romney ​ໄດ້​ຍອມ​ຮັບ​ການ​ປະລາ​ໄຊ. ທ່ານ Romney ​ໄດ້​ເນັ້ນ​ໜັກ​ວ່າ ​ເຖິງ​ເວລາ​​ແລ້ວທີ່​ປະຊາຊົນ​ອາ​ເມ​ລິ​ກາ, ບໍ່ຄວນ​ແບ່ງ​ແຍກ​ພັກ​ຝ່າຍ, ຕ້ອງ​ຮ່ວມ​ມືນຳ​ກັນ​ເພື່ອ​ສ້າງ​ອະນາຄົດ​ທີ່​ດີງາມ​ໃຫ້​ປະ​ເທດ​ຊາດ.

        ​ເມື່ອ​ໄດ້​ຮັບ​ຂ່າວ, ​ທ່ານປະທານາທິບໍດີ Obama ​ໄດ້​ຮັບ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ. ທ່າ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໄດ້​ຟາກ​ຄຳ​ອວຍພອນ​ເຖິງ​ທ່ານ​ປະທານາທິບໍດີ Obama ​ແລະ ສະ​ແດງ​ຄວາມ​ຫວັງ​ສືບ​ຕໍ່​ຮ່ວມ​ມື​ດ້ວຍ​ຖາ​ນະ​ເປັນ​ປະທານາທິບໍດີ​ຄົນທີ 44 ຂອງ​ອາ​ເມ​ລິ​ກາ. ທ່ານ​ປະທານ​ສະຫະພາບ​ເອີ​ລົບ Herman Van Rompy ​ໄດ້​ສະ​ແດງຄວາມ​ພູມ​ໃຈ​ຕໍ່ໜ້າ​ເລື່ອງ​ທ່ານ​ປະທານ​ນາ​ທິບໍດີ Obama ​ຜູ້​ທີ່ໄດ້​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ອາ​ເມ​ລິ​ກາ ຕື່ມ​ອີກ​ສະ​ໄໝ. ທ່ານ​ນາຍົກລັດຖະມົນຕີ Luxemburg Jean Claude Juncker ​ໄດ້​ຖື​ວ່າ ​ເອີ​ລົບ​ຈະ​ຮ່ວມ​ມື​ກັບ​ທ່ານ​ປະທານ​ນາ​ທິບໍດີ Obama ​ຜູ້​ທີ່ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີຄືນ​ໃໝ່ ຂອງ​ອາ​ເມ​ລິ​ກາ​ຢ່າງ​ສະດວກ​ສະບາຍ, ທ່ານ​ຊີ້​ແຈ້ງວ່າ ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ ຄວນ​ເພີ່ມ​ທະວີ​ໃນ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າທາຍ​ລວມຂອງ​ພື້ນຖານ​ເສດຖະກິ​​ດຢ່າງ​ແໜ່​ນ​ແຟ້ນກວ່າ.

        ທ່ານ​ປະທານ​ນາ​ທິບໍດີ Obama ຈະ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີອາຍຸ​ການ​ທີ 2 ​ໃນ​ວັນ​ທີ 20/1/2013 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ