ທ່ານ Putin ໄດ້ຖະແຫຼງພ້ອມແລ້ວທີ່ຈະ ເຈລະຈາ ກັບຄູ່ຕຳແໜ່ງ ອາເມລິກາ
(VOVWORLD) - ວັນທີ 20 ມິຖຸນາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາ ກັບຄູ່ຕຳແໜ່ງ ອາເມລິກາ Donald Trump ຖ້າຫາກມີໂອກາດ, ແຕ່ກໍ່ຖືວ່າ ບັ້ນຫາສຽງເລືອກຕັ້ງ ຄືນໃໝ່ຂອງ ທ່ານ Donald Trump ອາດຈະເຮັດໃຫ້ການພົວພັນສອງຝ່າຍສັບສົນຂຶ້ນ.
ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາ (ພາບ: TTXVN) |
ໃນລາຍການຖາມຕອບປະຈຳປີ “Direct Line”, ການນຳລັດເຊຍ ໃຫ້ຮູ້ວ່າທ່ານຕ້ອງການປຶກສາກັບຄູ່ຕຳແໜ່ງ ອາເມລິກາ ຫຼາຍຢ່າງກ່ຽວກັບບັນຫາ ຄວບຄຸມອາວຸດ, ການພົວພັນເສດຖະກິດ ສອງຝ່າຍ, ພ້ອມທັງສະແດງຄວາມຫວັງວ່າ ອາເມລິກາ ຈະເຂົ້າໃຈໄດ້ເລື່ອງຈັດວາງບັນດາຄຳສັ່ງລົງໂທດຕໍ່ ລັດເຊຍ ແມ່ນຂໍ້ຜິດພາດອັນໃຫຍ່ຫຼວງ.
ນອກຈາກນັ້ນ, ທ່ານ Putin ກໍ່ຖືວ່າ: ບັນດາຄຳສັ່ງລົງໂທດເພື່ອເລັ່ງໃສ່ ອີຣານແມ່ນບໍ່ມີຂໍ້ອ້າງອີງຍ້ອນວ່າ ເຕເຮຣານ ໄດ້ປະຕິບັດ ຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ. ຕາມທ່ານ Putin ແລ້ວ, ການກະທຳທາງການທະຫານຂອງ ອາເມລິກາເພື່ອເລັ່ງໃສ່ສາທາລະນະລັດ ອິດສະລາມ ແມ່ນ ໄພພິບັດໃຫ້ແກ່ພາກພື້ນຕາເວັນອອກກາງ, ຊ້ຳບໍ່ໜຳມັນຈະສ້າງບັນດາຜົນຢ້ອນຫຼັງທີ່ຮ້າຍແຮງໃຫ້ແກ່ບັນດາຜູ້ປະຕິບັດ.