ທ່າແຮງ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຣັບບິ ຊາອຸດິ ຍັງໃຫຍ່ຫຼວງທີ່ສຸດ
(VOVWORLD) -ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມສົນໃຈ ແລະ ຫວັງຢາກເພີ່ມທະວີການຮ່ວມມືກັບບັນດາປະເທດຕາເວັນອອກກາງ, ໃນນັ້ນມີ ອາຣັບບິ ຊາອຸດິ ເຊິ່ງແມ່ນປະເທດໃຫຍ່, ມີບົດບາດສຳຄັນໃນພາກພື້ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ ປະຈຳ ຫວຽດນາມ Mohammed Ismaeil A. Dahlwy (ພາບ: TTXVN) |
ທ່າແຮງ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຣັບບິ ຊາອຸດິ ຍັງໃຫຍ່ຫຼວງທີ່ສຸດນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ ປະຈຳ ຫວຽດນາມ Mohammed Ismaeil A. Dahlwy, ຢູ່ສຳນັກງານລັດຖະບານ, ໃນຕອນບ່າຍວັນທີ 29 ມີນາ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມສົນໃຈ ແລະ ຫວັງຢາກເພີ່ມທະວີການຮ່ວມມືກັບບັນດາປະເທດຕາເວັນອອກກາງ, ໃນນັ້ນມີ ອາຣັບບິ ຊາອຸດິ ເຊິ່ງແມ່ນປະເທດໃຫຍ່, ມີບົດບາດສຳຄັນໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍເພີ່ມທະວີ ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນຢ່າງດີ, ເສີມຂະຫຍາຍບົດບາດຂອງບັນດາກົນໄກການຮ່ວມມືສອງຝ່າຍ, ຈັດຕັ້ງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຍດນາມ - ອາຣັບບິຊາອຸດິ ຄັ້ງທີ 5 ໃນປີ 2023 ໂດຍໄວ.
ສ່ວນທ່ານເອກອັກຄະລັດຖະທູດ Mohammed Ismaeil A. Dahlwy ໃຫ້ຮູ້ວ່າຝ່າຍ ອາຣັບບິ ຊາອຸດິ ພວມມານະພະຍາຍາມສົມທົບກັບບັນດາອົງການຂອງ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືຢ່າງລະອຽດ ຕາມບຸລິມະສິດເປັນລຳດັບ.