(ພາບປະກອບ)
(vovworld) - ທຳນຽບຂາວ ໂຮມການປະຊຸມດ່ວນໃນວັນທີ 03 ສິງຫາ, ພາຍຫຼັງມີຄວາມວິຕົກກັງວົນກ່ຽວກັບໄພກໍ່ການຮ້າຍເຊິ່ງເຮັດໃຫ້ວໍຊິງຕັນ ຕ້ອງຍົກອອກຄຳກ່າວເຕືອນໃຫ້ພົນລະເມືອງຂອງອາເມລິກາ ແລະ ອອກຄຳສັ່ງໃຫ້ແກ່ບັນດາສະຖານທູດຢູ່ບັນດາປະເທດອິດສະລາມ ອັດປະຕູຊົ່ວຄາວ. ກອງປະຊຸມໄດ້ດຳເນີນໄປໃນສະພາບທີ່ອົງການຕຳຫຼວດສາກົນ Interpol ເຕືອນໄພກ່ຽວກັບຄວາມສະຫງົບທົ່ວໂລກ ພາຍຫຼັງການທຳລາຍຄຸກຢູ່ຫຼາຍປະເທດໃນມໍ່ໆມານີ້ ເພື່ອປ່ອຍຕົວນັກໂທດເຊິ່ງກ່ຽວຂ້ອງເຖິງເຄືອຄ່າຍ Al Qaeda ນັບຮ້ອຍຄົນໜີໄປ, ກໍ່ຄືກໍລະນີບັນດາຜູ້ວາງລະເບີດສະຫຼະຊີບ ເຮັດໃຫ້ 9 ຄົນເສຍຊີວິດຢູ່ສະຖານທູດອີນເດຍ ຢູ່ນະຄອນ Jalalabad ຂອງ ອາບການິສຖານ. ກອງປະຊຸມໂດຍທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ Susan Rice ເປັນປະທານ, ດ້ວຍການເຂົ້າຮ່ວມທ່ານລັດຖະມົນຕີການຕ່າງປະເທດ John Kerry, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Chuck Hagel...