ທຳນຽບ5ແຈປະກາດບົດລາຍງານປະຈຳປີກ່ຽວກັບການເຄື່ອນໄຫວດ້ານການທະຫານຂອງຈີນປີ2015

ທຳນຽບ5ແຈປະກາດບົດລາຍງານປະຈຳປີກ່ຽວກັບການເຄື່ອນໄຫວດ້ານການທະຫານຂອງຈີນປີ2015 - ảnh 1
ທຳ​ນຽບ 5 ແຈ
ພາບ:internet

(vovworld)- ວັນ​ທີ 13/5, ທຳ​ນຽບ 5 ແຈ ໄດ້​ຍື່​ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ບົດ​ລາຍ​ງານ​ປະ​ຈຳ​ປີ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຂອງ ຈີນ ໃນ​ປີ 2015, ໃນ​ນັ້ນຮັບ​ຮູ້​ວ່າ: ຈີນ ພວມ​ນຳ​ໃຊ້ ບັນ​ດາບັ້ນ​ຮົບເປີດກວ້າງ​ການ​ມີ​ຫນ້າ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ເຂດ​ອື່ນ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ ການ​ພັ​ດ​ທະ​ນາ​ຢ່າງ​ແຮງ​ກ່ຽວ​ກັບ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານຂອງ​ຈີນ ແລະ ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ຂອງ​ປະ​ເທດນີ້​ໃນ​ການຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕູງ. ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ: ຈີນ ພວມ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຖົມ​ດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ພວມ​ພັດ​ທະ​ນາ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ການ​ທະ​ຫານ ໂດຍບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ແລະ ກໍ​ຕາມ​ບົດ​ລາຍ​ງານນີ້ ຈີນ ໄດ້​ຜັນ​ຂະ​ຫຍາຍ​ເຮຶອ​ບິນ ແລະ ກຳ​ປັ່ນ​ລາດ​ຕາ​ເວັນ​ເຂົ້າ​ເຂດ​ທະ​ເລ​ຂອງ​ຍີ່​ປຸ່ນ​ຢູ່​ອ້ອມ​ແອ້ມ ໝູ່​ເກາະ Senkaku ຢູ່ ທະ​ເລ​ຮ​ວາ​ຕູງ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ