ນັກຊ່ຽວຊານສະຖາບັນສະພາມະຫາບັນດິດລັດເຊຍ: ຫວຽດນາມປະກອບສ່ວນຢ່າງຍິ່ງເຂົ້າການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ
(VOVWORLD) -ນັກຊ່ຽວຊານລັດເຊຍ ກໍ່ໄດ້ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ແລະ ລັດເຊຍ ຕໍ່ຄວາມໝັ້ນຄົງໃນພາກພື້ນ, ຢັ້ງຢືນວ່າ ທັງ 2 ປະເທດລ້ວນແຕ່ສະໜັບສະໜູນ UNCLOS-1982 ແລະ ຖືນີ້ແມ່ນພື້ນຖານນິຕິກຳ ເພື່ອແກ້ໄຂບັນດາຄວາມຂັດແຍ່ງ ແລະ ການປະທະກັນຢູ່ທະເລຕາເວັນອອກ.
ທ່ານ Igor Olegovich Mishin ນັກຊ່ຽວຊານລັດເຊຍ ຂອງສະຖາບັນເສດຖະກິດສາກົນ ແລະ ການພົວພັນການຕ່າງປະເທດ (IMEMO) (ພາບ: TTXVN) |
ໃນຂໍ້ສັງເກດທີ່ໄດ້ຍົກອອກມາໃນວັນທີ 27 ມິຖຸນາ, ທ່ານ Igor Olegovich Mishin ນັກຊ່ຽວຊານລັດເຊຍ ຂອງສະຖາບັນເສດຖະກິດສາກົນ ແລະ ການພົວພັນການຕ່າງປະເທດ (IMEMO) ຂຶ້ນກັບສະຖາບັນສະພາມະຫາບັນດິດວິທະຍາສາດລັດເຊຍຢັ້ງຢືນວ່າ ໃນສະພາບການຢູ່ພາກພື້ນອາຊີ - ປາຊີຟິກ ເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະມີການຜັນແປຢ່າງສັບສົນຫຼາຍຢ່າງ, ວິທີການສຳຜັດຂອງຫວຽດນາມໄດ້ປະກອບສ່ວນຢ່າງຍິ່ງເຂົ້າການພັດທະນາສັນຕິພາບຢູ່ພາກພື້ນນີ້.
ຕາມນັ້ນແລ້ວ, ວິທີການສຳຜັດຂອງຫວຽດນາມ ຕໍ່ບັນດາບັນຫາຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ທະເລຕາເວັນອອກ ອີງຕາມບັນດາຫຼັກການຮັກສາສັນຕິພາບ ແລະ ບ້ານໃກ້ເຮືອນຄ່ຽງທີ່ປອງດອງ. ຫວຽດນາມ ໄດ້ສະໜັບສະໜູນການແກ້ໄຂການປະທະກັນໂດຍກົດໝາຍສາກົນ ບົນພື້ນຖານແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS -1982). ວິທີການສຳຜັດດັ່ງກ່າວໄດ້ປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າການພັດທະນາສັນຕິພາບ ຂອງພາກພື້ນເອີລົບ - ປາຊີຟິກ.
ນັກຊ່ຽວຊານລັດເຊຍ ກໍ່ໄດ້ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ແລະ ລັດເຊຍ ຕໍ່ຄວາມໝັ້ນຄົງໃນພາກພື້ນ, ຢັ້ງຢືນວ່າ ທັງ 2 ປະເທດລ້ວນແຕ່ສະໜັບສະໜູນ UNCLOS-1982 ແລະ ຖືນີ້ແມ່ນພື້ນຖານນິຕິກຳ ເພື່ອແກ້ໄຂບັນດາຄວາມຂັດແຍ່ງ ແລະ ການປະທະກັນຢູ່ທະເລຕາເວັນອອກ.