ນັກຊ່ຽວຊານສະຫະ ປະຊາຊາດເລີ່ມທຳລາຍ ອາວຸດເຄມີຂອງຊີຣີ
ປະຈຸບັນຊີຣີ ມີອາວຸດເຄມີກວ່າ 1.000 ໂຕນ
ພວມຮັກສາໄວ້ຢູ່ 45 ສະຖານທີ່ໃນທົ່ວປະເທດ
(ພາບ: AFP)
(vovworld) - ວັນທີ 06 ຕຸລາ, ກຸ່ມບັນດານັກຊ່ຽວຊານລົງລ້າງອາວຸດຂອງສະຫະປະຊາຊາດ ແລະ ອົງການຫ້າມອາວຸດເຄມີ ເລີ່ມຕົ້ນວິວັດການທຳລາຍບັນດາອາວຸດເຄມີ ແລະ ຮາກຖານຜະລິດຂອງຊີຣີ. ບັນດາສະມາຊິກຂອງກຸ່ມນັກຊ່ຽວຊານດັ່ງກ່າວ ໄດ້ສຳພັດກັບຮາກຖານອາວຸດແຫ່ງໜຶ່ງ ແລະ ເລີ່ມດຳເນີນການກວດກາ ແລະ ທຳລາຍ. ໜ້າທີ່ຂອງກຸ່ມນັກຊ່ຽວຊານດັ່ງກ່າວແມ່ນໜັກໜ່ວງທີ່ສຸດ ເພາະວ່າ, ຕາມການຄາດຄະເນ ປະຈຸບັນຊີຣີ ມີອາວຸດເຄມີກວ່າ 1.000 ໂຕນ ພວມຮັກສາໄວ້ຢູ່ 45 ສະຖານທີ່ໃນທົ່ວປະເທດ. ຍິ່ງໄປກວ່ານັ້ນ, ນີ້ເປັນຄັ້ງທຳອິດໃນປະຫວັດສາດທີ່ອົງການຫ້າມອາວຸດເຄມີ, ບັນດາອົງການຜູ້ຊ່ຽວຊານຂອງອົງການນີ້ ຕ້ອງປະຕິບັດໜ້າທີ່ຢູ່ປະເທດໜຶ່ງພວມເກີດສົງຄາມພາຍໃນທີ່ແກ່ຍາວ. ຕາມມະຕິຂອງສະຫະປະຊາຊາດກ່ຽວກັບຊີຣີ ແລ້ວ, ວິວັດການທຳລາຍບັນດາສາງອາວຸດເຄມີຂອງປະເທດນີ້ ຈະຕ້ອງສຳເລັດໃນກາງປີ 2014.