ນັກທຸລະກິດຍິງອາຊຽນ 2015:ຫັນກາລະໂອກາດ ເປັນຕົວຈິງ
(ນັກທຸລະກິດຍິງອາຊຽນ 2015: ຫັນກາລະໂອກາດເປັນຕົວຈິງ)
(vovworld) – ນັກທຸລະກິດຍິງອາຊຽນ 2015: ຫັນກາລະໂອກາດເປັນຕົວຈິງ. ນີ້ແມ່ນຫົວຂໍ້ຂອງເວທີປາໄສນັກທຸລະກິດຍິງອາຊຽນ, ຖືກດຳເນີນໃນຕອນເຊົ້າວັນທີ 06/03, ຢູ່ຮ່າໂນ້ຍ. ເຂົ້າຮ່ວມເວທີປາໄສມີທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ພ້ອມກັບຜູ້ແທນເຊິ່ງແມ່ນນັກທຸລະກິດຍິງ 300 ຄົນ ທີ່ມາຈາກບັນດາປະເທດໃນພາກພື້ນ.
ເວທີປາໄສໄດ້ຈັດຂຶ້ນແມ່ນໂອກາດເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບປະຊາຄົມເສດຖະກິດອາຊຽນ ເຖິງນັກທຸລະກິດຍິງໃນພາກພື້ນ, ບັນດາກາລະໂອກາດກໍ່ຄືສິ່ງທ້າຍທາຍເພື່ອໃຫ້ນັກທຸລະກິດຫັນກາລະໂອກາດເປັນຕົວຈິງ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ.
“ເວທີປາໄສຈະປະກອບສ່ວນຢ່າງແທດຈິງ ເຂົ້າໃນການຮັດແໜ້ນບັນດາສາຍສຳພັນ, ຮ່ວມມືຢ່າງມີປະສິດທິຜົນໃນພາກພື້ນກວ່າ; ມຸ່ງໄປເຖິງປະຊາຄົນອາຊຽນສາມັກຄີ, ເປັນເອກະພາບ,ກາຍເປັນເຂດເສດຖະກິດມີລັກສະນະແກ່ງແຍ້ງສູງ, ພັດທະນາເສດຖະກິດທຽບເທົ່າກັນ ແລະ ເຊື່ອມໂຍງເຂົ້າພື້ນຖານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ. ບົດບາດຂອງນັກທຸລະກິດຍິງ ໃນການປະຕິບັດໜ້າທີ່ແມ່ນມີຄວາມໝາຍສຳຄັນຍິ່ງ. ແນ່ນອນວ່າ, ສາຍສຳພັນ, ຄວາມສາມັກຄີໃນອາຊຽນ ຈະສ້າງເງື່ອນໄຂໃຫ້ສະຫະສະມາຄົມນັກທຸລະກິດຍິງອາຊຽນ ພັດທະນາ”.
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ກໍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ພັດທະນາໃນເງື່ອນໄຂໃໝ່.