ພາບປະກອບ
(vovworld) - ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ແລະ ພັກຜ່ອນຢູ່ແຂວງເທື່ອທຽນເຫວ໋ ໃນຊຸມວັນພັກການ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນ 3 ວັນແຕ່ວັນທີ 30/4-2/5 ໄດ້ມີນັກທ່ອງທ່ຽວກວ່າ 62.000 ເທື່ອຄົນມາຢ້ຽມຢາມ, ໃນນັ້ນນັກທ່ອງທ່ຽວສາກົນມີ 8.600 ຄົນ. ລາຍຮັບຈາກການຂາຍປີ້ທ່ອງທ່ຽວ ແລະ ການບໍລິການຕ່າງໆໃນຊຸມວັນນີ້ບັນລຸກວ່າ 3.7 ຕື້ດົ່ງ. ທ່ານ ຟານຕ໋ຽນຢຸງ, ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງເທື່ອທຽນເຫວ໋, ໃຫ້ຮູ້ວ່າ:
“ປີນີ້, ນັກທ່ອງທ່ຽວມາຢ້ຽມຢາມເຫວ໋ ເພີ່ມຂຶ້ນແຕ່ 15-20% ເມື່ອທຽບໃສ່ປີກາຍ, ສະເພາະນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນປະມານ 5%. ປີນີ້ບັນດາໂຮງແຮມຢູ່ແຄມທະເລລ້ວນແຕ່ເຕັມແຂກໝົດ“.
ໃນໂອກາດນີ້, ຂະແໜງທ່ອງທ່ຽວແຂວງເທື່ອທຽນເຫວ໋ ໄດ້ຜັນຂະຫຍາຍການສົ່ງເສີມນັກທ່ອງທ່ຽວມາຢ້ຽມຢາມ ດ້ວຍການຫຼຸດລາຄາປີ້ໃຫ້ຄະນະນັກທ່ອງທ່ຽວໄປຢ້ຽມຢາມປູຊະນີຍະສະຖານຕ່າງໆດ້ວຍຈຳນວນແຕ່10 ຄົນຂຶ້ນໄປ. ຢູ່ເຂດພະລາດຊະວັງເຫວ໋ ກໍ່ຈັດຕັ້ງ ລາຍການສິລະປະຕ່າງໆເພື່ອຮັບໃຊ້ນັກທ່ອງທ່ຽວຄື: ວາດພາບພິທີປ່ຽນຍາມໃນລາດຊະວັງ, ຊີວິດໃນລາດຊະວັງ, ດົນຕີໃນພະລາດຊະວັງ… ໂດຍບໍ່ເກັບຄ່າ.