ນັກປະຕິວັດFidel Castro ເຖິງແກ່ມໍລະນະກຳ

ນັກປະຕິວັດFidel Castro ເຖິງແກ່ມໍລະນະກຳ - ảnh 1
ຜູ້​ນຳ​ກູ​ບາ Fidel Castro 

(vovworld) – ​ ​​​ວັນ​ທີ 26/11, ​ໂທ​ລະ​ພາບ​ແຫ່ງ​ລັດ ກູ​ບາ ໄດ້​ໃຫ້​ຂ່າວ​ວ່າ ການ​ນຳ​ປະ​ຕິ​ວັດຂອງ​ປະ​ເທດນີ້ ທ່ານ Fidel Castro ​ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳ, ​ມີອ​າ​ຍຸ​ຍືນ 90 ປີ. ​ຜູ້​ນຳ​ກູ​ບາ Fidel Castro ເກີດ​ວັນ​ທີ 13/8/1926. ເພີ່ນ​ເປັນ​ນັກ​ປະ​ຕິ​ວັດ​ຜູ້​ຍິ່ງ​ໃຫຍ່, ເປັນ​ຜູ້​ປິ​ຊາ​ສາ​ມາດ​ທ​ີ່​ສຸດ​ຂອງ​ສັດ​ຕະ​ວັດ​ທີ 20. ເພີ່ນ​ເປ​ັນ​ຜູ້​ເຮັດ​ໃຫ້​ຊື່​ສຽງ​ຂອງ​ປະ​ເທດ ກູ​ບາ ເຂົ້າ​ໜ້າ​ປະ​ຫວັດ​ສາດ​​ມວນມະ​​ນຸ​ດ ດ້ວຍ​ການ​ປະ​ຕິ​ບັດ​ໂຄ່​ນ​ລົ້ມ​ລະ​ບອບຜະ​ເດັດ​ການ, ນຳ​ພາ​ປະ​ເທດ ກາ​ຣີ​ເບ ນີ້​​ໄປເຖິງ​ເສັ້ນ​ທາງ​ເອ​ກະ​ລາດ​ຄື​ທຸກວັນ​ນີ້. ເພີ່ມ​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ ເມື່ອ​ປີ 1959 ຫາ​ປີ 1976 ແລະ ຫຼັງ​ຈາກນັ້ນ​ເປັນ​ປະ​ທານ​ປະ​ເທດ ກູ​ບາ ຮອດ​ປີ 2008. ເພີ່ມກໍ່​ເປັນ​ເລ​ຂາ​ທິ​ການ​ຜ​ູ້​ທີ​ໜຶ່ງ​ຂອງ​ພັກ​ກອມ​ມູ​ນິດ ກູ​ບາ ໃນ​ໄລ​ຍະ 1965 – 2011.

       ປະ​ຊາ​ຊົນ ຫວຽດ​ນາມ ບໍ່​ມີ​ວັນ​ທີ່​ຈະຫຼົງ​ລື່ມ​ເລື່ອງ​ທ່ານ Fidel Castro ເປັນ​ປະ​ມຸກ​ລັດ​ຜູ້​ທຳ​ອິດ ແລະ ​ມີ​ພຽງ​ຄົນ​ດຽ​ວ​ມາ​ຢ້ຽມ​ຢາມ​ເຂດ​ປົ​ດ​ປ່ອຍ​ຢູ່​ແຂວງ ກວາງ​ຈີ້, ໃນ​ຈຸດ​ເວ​ລາ​ທີ່​ການ​ສູ້​ຮົບຍັງ​ຄົງ​ດູ​ເດືອດ​ເມື່ອ​ເດືອນ 9/1973, ຕາມ​ຂໍ້​ສະ​ເໜີ​ຂອງ​ເພີ່ນ​ເອງ. ນ້ຳ​ໃຈ​ພິ​ລະ​ອາດ​ຫານ​ຂອງ​ເພີ່ນ​ໄດ້​ສ້າງ​ຄວ​າມ​ດຶງ​ດູດ​​ໃຈຢ່າງ​ແຮງ​ຂອງ Fidel Castro ເວົ້າ​ສະ​ເພາະ ແລະ ຂອງ​ການ​ປະ​ຕິ​ວັດ ກູ​ບາ ເວົ້າ​ລວມ​ໃນ​ໂລກ, ພິ​ເສດ​ແມ່ນ​ພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕີງ.

   ພາຍຫຼັງ​ທີ່​ໄດ້​ຮັບ​ຂ່າວການ​ນຳ​ປະ​ຕິ​ວັດຂອງ​ປະ​ເທດນີ້ ທ່ານ Fidel Castro ​ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳ, ການ​ນຳ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ ແລະ ອີນ​ເດຍ​ໄດ້​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ດາຍ ອາ​ໄລ​ອາ​ວອນ​ຕໍ່​ໜ້າ​ຄວາມ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ທີ່​ມີ​ຕໍ່​ປະ​ຊຳ​ຊົນ​ກູ​ບາ.


ຂ່າວ/ບົດ​ອື່ນ