ກອງປະຊຸມຂ່າວກ່ຽວກັບ ງານພົບປະ
ກັບຫວຽດນາມ ຄັ້ງທີ 12 ປີ 2016
(ພາບອິນເຕີແນັດ)
(vovworld) –ນັກວິທະຍາສາດ 6-8 ທ່ານ ທີ່ເຄີຍໄດ້ຮັບລາງວັນ Nobel ຈະມາແຂວງບິ່ງດິງ ເພື່ອເຂົ້າຮ່ວມ “ງານພົບປະກັບຫວຽດນາມ ຄັ້ງທີ 12 ປີ 2016”. ກອງປະຊຸມ “ງານພົບປະກັບຫວຽດນາມ ຄັ້ງທີ 12 ປີ 2016” ຈະຈັດຂື້ນ ຢູ່ນະຄອນກຸຍເຢີນ, ແຂວງບິ່ງດິງ ໃນລະຫວ່າງວັນທີ 6-8/7 ທີ່ສູນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ. ຄາດຄະເນວ່າຈະມີ ນັກວິທະຍາສາດພາຍໃນປະເທດ ແລະ ທົ່ວໂລກ1000 ກວ່າຄົນ ເຂົ້າຮ່ວມ, ໃນນັ້ນມີ ນັກວິທະຍາສາດ 6-8 ຄົນແມ່ນເຄີຍໄດ້ຮັບລາງວັນ Nobel. ພິເສດ, ເຂົ້າຮ່ວມເຫດການນີ້ ມີການເຂົ້າຮ່ວມ ຂອງປະທານມະຫາບັນດິດ, ປະທານສາພາລາງວັນ Nobel. ໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງບິ່ງດິງ ຈັດຕັ້ງພິທີເປີດສະຫຼອງ ໄລຍະ 1 ກຸ່ມວິທະຍາສາດ ທີ່ໄດ້ຮັບການກໍ່ສ້າງໃນບໍລິເວນ ຂອງສູນວິທະຍາສາດ ແລະ ການສຶກສາລະຫວ່າງຂະແໜງ, ດ້ວຍຄ່າໃຊ້ຈ່າຍກວ່າ 170 ຕື້ດົ່ງ.
ທ່ານ ໂຮ່ກວັກຢຸງ, ປະທານຄະນະກຳມະການປະຊາຊົນ ແຂວງບິ່ງດິງ, ໃຫ້ຮູ້ວ່າ: ນີ້ເປັນໂອກາດໃຫຍ່ທີ່ສຸດ ເພື່ອໂຄສະນາໂສມໜ້າ ຂອງກຸຍເຢີນ, ແຂວງບິ່ງດິງ ກໍ່ຄືປະເທດຫວຽດນາມ, ແລະກໍ່ເປັນໂອກາດ ເພື່ອໃຫ້ບັນດານັກວິທະຍາສາດ ພາຍໃນປະເທດໄດ້ພົບປະ, ສຳຜັດ, ພົບປະ ກັບນັກວິທະຍາສາດທີ່ມີຊື່ສຽງໃນໂລກ.