ນັກວິທະຍາສາດແຖວໜ້າຫຼາຍຄົນໃນໂລກເຂົ້າຮ່ວມລາຍການ“ພົບປະຫວຽດນາມ”ປີ2016
ການປະຊຸມຂ່າວຈັດຕັ້ງໃນວັນທີ 3/6
(ພາບ: ສື່ເອເລັກໂຕນິກຂ່າວໃໝ່)
(vovworld) – ສາດສະດາຈານມີຊື່ສຽງໃນໂລກ 7 ຄົນ, ຜູ້ທີ່ເຄີຍໄດ້ຮັບລາງວັນ Nobel, ລາງວັນ Field ຈະເຂົ້າຮ່ວມລາຍການ “ພົບປະ ຫວຽດນາມ” ຄັ້ງທີ 12 ປີ 2016. ທີ່ການປະຊຸມຂ່າວຈັດຕັ້ງໃນຕອນເຊົ້າວັນທີ 3/6, ທ່ານ ເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ໃຫ້ຮູ້ວ່າ: “ພົບປະ ຫວຽດນາມ” ແມ່ນລາຍການວິທະຍາສາດລະດັບສາກົນ, ຈັດຕັ້ງຢູ່ແຂວງ ບີ່ງດິ້ງ (ຫວຽດນາມ). ລາຍການດຶງດູດຜູ້ແທນ 250 ທ່ານ, ລວມມີບັນດານັກວິສາຫະກິດສາກົນ, ພາຍໃນປະເທດ… ໃນລາຍການ “ພົບປະ ຫວຽດນາມ” ຄັ້ງທີ 12 ປີ 2016 ລວມມີ: 13 ກອງປະຊຸມ, ກອງປະຊຸມສຳມະນາ ແລະ 3 ຊຸດຮຽນສາກົນສະເພາະດ້ານຟີຊິກ, ຈັດຕັ້ງແຕ່ວັນທີ 26/6 – 17/12/2016. ເຫດການດັ່ງກ່າວໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ແຂວງ ບີ່ງດິງ ແລະ ສະມາຄົມພົບປະ ຫວຽດນາມ… ຮ່ວມກັນຈັດຕັ້ງ, ໂດຍການອຸປະຖຳຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO). ນະທີ່ນີ້, ບັນດານັກວິທະຍາສາດຈະແລກປ່ຽນກັບບັນດານັກວາງນະໂຍບາຍ, ຜູ້ຕາງໜ້າເຂດເສດຖະກິດພາກເອກະຊົນ ກ່ຽວກັບຄວາມສຳຄັນຂອງວິທະຍາສາດສຳລັບການພັດທະນາຂອງສັງຄົມ, ສະເໜີບັນດາບັນຫາກ່ຽວຂ້ອງເຖິງວິທະຍາສາດໂດຍພື້ນຖານ ແລະ ສັງຄົມຢູ່ບັນດາປະເທດ ອາຊີ, ພິເສດແມ່ນບັນດາປະເທດພວມພັດທະນາດ້ວຍບັນດາຈຸດພິເສດສະເພາະ. ຄຽງຄູ່ກັນນັ້ນ, ບັນດານັກວິທະຍາສາດທີ່ມີຊື່ສຽງຈະດຳເນີນການໂອ້ລົມສົນທະນາຫຼາຍຄັ້ງຢູ່ ກູຍເຍີນ.