ທ້າວ ບູ່ຍຢາຄ໋ວຽນ ນັກສຶກສາຊາວ
ຫວຽດນາມ ຢູ່ມະຫາວິທະຍາໄລ Tufts
(ພາບ: Tufts.edu)
(vovworld) - ບູ່ຍຢາຄ໋ວຽນ, ນັກສຶກສາຊາວຫວຽດນາມ ຢູ່ມະຫາວິທະຍາໄລ Tufts, ນະຄອນ Boston ລັດ Massachusetts, ອາເມລິກາ, ໄດ້ຜ່ານຜ່າຄູ່ແຂ່ງ 148 ຄົນ ເພື່ອຍາດໄຊຊະນະໃນການ ເສັງຂຽນວິພາກສາກົນ. ດ້ວຍຜົນງານນີ້, ຄ໋ວຽນ ຈະໄດ້ເຂົ້າຮ່ວມເວທີປາໄສ Peter Drudker Global ຢູ່ນະຄອນວຽນ, ປະເທດ ອົດຕະລິດ ໃນເດືອນ 11/2015. ກອງປະຊຸມສຳມະນານີ້ ມີການເຂົ້າຮ່ວມຂອງການນຳໂລກຫຼາຍທ່ານ ແລະ ບັນດາບຸກຄົນທີ່ມີຊື່ສຽງໃນຂົງເຂດສື່ສານ. ການເສັງນີ້ ເພື່ອແນໃສ່ຍົກສູງຄວາມຮັບຮູ້ໃຫ້ນັກສຶກສາ, ວິສາຫະກິດໜຸ່ມ ກ່ຽວກັບບັນດາບົດປະພັນຂອງທ່ານ Ducker, ຊາວອົດຕະລິດ, ທັງແມ່ນຜູ້ຊ່ຽວຊານແຖວໜ້າໂລກກ່ຽວກັບການໃຫ້ຄຳປຶກສາໃນການຄຸ້ມຄອງ.