ນັກອາສາສະໝັກສາກົນໜູນຊ່ວຍແຂວງ ບີ່ງເຢືອງ ຍູ້ໄວການຜັນຂະຫຍາຍວິໄສທັດ “ນະຄອນສະຫຼາດ”

ນັກອາສາສະໝັກສາກົນໜູນຊ່ວຍແຂວງ ບີ່ງເຢືອງ ຍູ້ໄວການຜັນຂະຫຍາຍວິໄສທັດ “ນະຄອນສະຫຼາດ” - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ​ທົ່ວ​ໂລກ IBM ຫາກໍ່​ປະ​ກາດ​ເລີ່ມ​​ປະ​ຕິ​ບັດບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ນັກ​ອາ​ສາ​ສະ​ໝັກ​ສາ​ກົນ​ຂອງ IBM (IB Corporate Service Corps –CSC) ແລະ ແຂວງ ບີ່ງ​ເຢືອງ ຢ່າງ​ເປັນ​ທາງ​ການ ເພື່ອ​ແນ​ໃສ່​ຍູ້​ໄວ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ “ນະ​ຄອ​ນ​ສະຫຼາດກ່​ວາ” ແຕ່ນີ້​ຮອດ​ປີ 2020 ຂອງ​ແຂວງ. ຕາມນັ້ນ​ແລ້ວ, ຄະ​ນະ​ນັກ​ອາ​ສາ​ສະ​ໝັກສາ​ກົນ​ຂອງ IBM CSC ດ້ວຍ​ນັກ​ຊ່ຽວ​ຊານ 14 ທ່ານ​ທີ່​ມາ​ຈາກ 9 ປະ​ເທດ​ຂຶ້ນ​ກັບ​ທະ​ວີບ ອາ​ຊີ, ອາ​ເມ​ລິ​ກາ, ເອ​ີ​ລົບ ແລະ ອາບ​ຟ​ຣີ​ກາ ຈະ​ສະ​ໜອງ​ບັນ​ດາ​ການ​ບໍ​ລິ​ການ​ໃຫ້​ຄຳປຶກ​ສ​າ​ໂດຍບໍ່​ເສຍ​ຄ່າ​ໃຫ້​ພະ​ແນກ​ຖະ​ແຫຼງ​ການ ແລະ ​ສື່​ສານ, ສູນ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູ​ນ​ຂ່າວ​ສານ ແລະ ໂຄ​ສະ​ນາ, ສູນ​ເຕັກ​ນິກວັດ​ແທກ​ຄຸນ​ນະ​ພາບ (ຂຶ້ນ​ກັບ​ພະ​ແນກວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢ​ີ) ແລະ ມະ​ຫາ​ວິ​ທະ​ຍາ​ໄລ ຖູ​ເຢົ່າ​ໂໝດ. ລະ​ອຽດ​ຄື, ຢູ່​ພະ​ແນກຖະ​ແຫຼງ​ການ​ຂ່າວ ແລະ ​ສື່​ສານ​ແຂວງ ບີ່ງ​ເຢື​ອງ, ຄະ​ນະ​ນັກ​ອາ​ສາ​ສະ​ໝັກສາ​ກົນຈະ​ໜູນ​ຊ່ວຍ​ໂຄງ​ການ “ສ້າງ​ລະ​ບົບ​ຄຸ້​ມ​ຄ​ອງ​ຂ​ໍ້​ມູນ​ຂ່າ​ວ​ສານ”, ເພື່ອ​ແນ​ໃສ່​ສ້າງ​ຍຸດ​ທະ​ສາດ ແລະ ຂັ້ນ​ຕອນ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ຂະ​ໜາດກາງ ແລະ ນ້ອຍ, ວິ​ສາ​ຫະ​ກິດ​ມີ​ເງິ​ນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ບໍ​ລິ​ເວນ​ແຂວງ​ໃຫ້ກາຍ​ເປັນ​ລະ​ບົບ​ຂໍ້​ມູນ​ດຽວ​ຂ່າວ​ສານ​ໜຶ່ງ​ເພື່ອ​ໜູນ​ຊ່ວຍ​ກຸ່ມ​ວິ​ສາ​ຫະ​ກິດ​ຂຸດ​ຄົ້ນ​ຂໍ້​ມູນ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ