(vovworld) - ຕອນເຊົ້າວັນທີ 13 ສິງຫາ, ຢູ່ແຂວງກວາງນາມ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ, ປະທານສະມາຄົມຊ່ວຍເຫຼືອ, ກອງທຶນຊ່ວຍເຫຼືອເດັກຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມອບ 440 ທຶນສຶກສາ, ແຕ່ລະພຸດມີມູນຄ່າ 3 ລ້ານດົງ ແລະ ທຶນ 40 ສຶກສາໄລຍະຍາວ, ແຕ່ລະພຸດມີມູນຄ່າ 5ລ້ານດົງ/ປີ ໃຫ້ແກ່ບັນດານັກຮຽນປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ແຕ່ບື່ນຕົວຂຶ້ນບັນລຸໄດ້ຜົນງານດີເດັ່ນໃນການຮໍ່າຮຽນຂອງ 4 ແຂວງຄື: ແຂວງກວາງນາມ, ກວາງຫງ້າຍ, ບິ່ງດິ້ງ ແລະ ຟຸ໋ອຽນ. ກ່າວຄຳເຫັນທີ່ພິທີມອບທຶນສຶກສາ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢືນຢັນວ່າ ພັກ, ລັດ ຈະສືບຕໍ່ເອົາໃຈໃສ່ເຖິງນັກຮຽນທຸກຍາກ, ນັກຮຽນທີ່ປະສົບກັບຄວາມຫຍຸງຍາກ ເພື່ອໃຫ້ພວກນ້ອງສາມາດໄປໂຮງຮຽນ, ມີຊີວິດໃນຄວາມຮັກຂອງວົງຄະນະຍາດ.
ນັບແຕ່ປີ 2012, ພາຍຫຼັງໂຄງການມອບທຶນສຶກສາ “ພ້ອມກັບນ້ອງໄປໂຮງຮຽນ” ແລະ ໂຄງການ “ນ້ອງບໍ່ຕ້ອງຂາດຮຽນ” ໄດ້ຮັບການປຸກລະດົມ, ມີນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ 4.600 ຄົນຂອງ 37 ແຂວງ, ນະຄອນໃນທົ່ວປະເທດໄດ້ຮັບທຶນສຶກສາ.