ນັກຮຽນຫວຽດນາມ3ຄົນຍາດໄດ້ໄຊຊະນະໃນການເສັງຂຽນບົດວິຈານສາກົນ
ທ້າວ ຕື່ມີງງອກ ແມ່ນໜຶ່ງໃນ3ຄົນຍາດໄດ້
ໄຊຊະນະໃນການເສັງຂຽນບົດວິຈານ
(ພາບ: ຫວຽດນາມ+)
(vovworld) - ວັນທີ 29/7, ຢູ່ສຳນັກງານສະຫະປະຊາຊາດທີ່ ນິວຢອກ, ອາເມລິກາ ໄດ້ດຳເນີນເວທີປາໄສຊາວໜຸ່ມທົ່ວໂລກ, ດ້ວຍນັກປາຖະກະຖາແມ່ນນັກສຶກສາ 60 ຄົນ, ໃນນັ້ນນັກສຶກສາ ຫວຽດນາມ 3 ຄົນຍາດໄດ້ໄຊຊະນະໃນການເສັງຂຽນບົດວິຈານທີ່ມີຫົວຂໍ້ວ່າ: “ຫຼາຍພາສາ, ໃນໂລກດຽວ“. ບັນດານັກຮຽນໄດ້ແນະນຳບັນດາຄວາມເຫັນກ່ຽວກັບຄວາມສຳຄັນຂອງເລື່ອງຮູ້ຫຼາຍພາສາໃນວິວັດແຫ່ງການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງເຖິງປີ 2030. ໃນການເສັງປີນີ້, ບັນດານັກຮຽນມະຫາວິທະຍາໄລທີ່ມີອາຍຸແຕ່ 18 ປີຂຶ້ນໄປໃນທົ່ວໂລກ ຕ້ອງຂຽນບົດວິຈານໜຶ່ງທີ່ມີປະມານ 2000 ສັບ, ໃນນັ້ນປຶກສາຫາລືກ່ຽວກັບສິດຂອງພົນລະເມືອງໃນທົ່ວໂລກ ແລະ ຄວາມຮູ້ກ່ຽວກັບວັດທະນະທຳ ກໍ່ຄືຄວາມສຳຄັນຂອງເລື່ອງຮູ້ຫຼາຍພາສາ. ປີນີ້ຄະນະຈັດຕັ້ງໄດ້ຮັບ 3.600 ບົດວິຈານຈາກນັກສຶກສາຂອງມະຫາວິທະຍາໄລ 2.500 ແຫ່ງ ຢູ່ 130 ປະເທດ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ບົດວິຈານຂອງ 60 ຄົນທີ່ມາຈາກ 36 ປະເທດ ແລະ 54 ໂຮງຮຽນມະຫາວິທະຍາໄລ.