ນັກຮຽນຮູ້, ນັກຄົ້ນຄວ້າເຢຍລະມັນຕີລາຄາສູງບົດບາດຂອງຫວຽດນາມແລະອາຊຽນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ, ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ Berlin ໄດ້ມີການແລກປ່ຽນກັບທ່ານປະລິຍາເອກ Gehard Will, ນັກຊ່ຽວຊານກ່ຽກກັບອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານປະລິຍາເອກ Thomas Engelbert, ສັງກັດສະຖາບັນອາຊີ - ອາຟະລິກາ, ມະຫາວິທະຍາໄລ Hamburg, ປະເທດ ເຢຍລະມັນ, ກ່ຽວກັບບົດບາດຂອງອາຊຽນ

ນັກຮຽນຮູ້, ນັກຄົ້ນຄວ້າເຢຍລະມັນຕີລາຄາສູງບົດບາດຂອງຫວຽດນາມແລະອາຊຽນ - ảnh 1 ທ່ານປະລິຍາເອກ Gehard Will

(ພາບປະກອບ: Vietnam+)

ກໍ່ຄືການປະກອບສ່ວນຂອງຫວຽດນາມ ສຳລັບອາຊຽນ. ຕີລາຄາກ່ຽວກັບບົດບາດຂອງອາຊຽນ ໃນໄລຍະ 50 ປີຜ່ານມາ, ປະລິຍາເອກທັງ 2 ທ່ານ ລ້ວນແຕ່ຖືວ່າ, ອາຊຽນ ບັນລຸໄດ້ຜົນງານຫຼາຍຢ່າງໃນທຸກດ້ານ ການເມືອງ, ເສດຖະກິດ ແລະ ຄວາມໝັ້ນຄົງ. ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ສຳລັບອາຊຽນ, ທ່ານປະລິຍາເອກ Gehard Will ຖືວ່າ, ຫວຽດນາມ ໄດ້ສວມບົດບາດສຳຄັນຍິ່ງໃນການສ້າງຕັ້ງອາຊຽນ. ຫວຽດນາມ ເຂົ້າຮ່ວມອາຊຽນ ຢ່າງຕັ້ງໜ້າທີ່ສຸດ, ສະແດງອອກຜ່ານ 2 ໄລຍະ. ໄລຍະທີ 1, ຫວຽດນາມ ໄດ້ຫຼຸດພົ້ນອອກຈາກທ່າຖືກປິດລ້ອມ ແລະ ເຊື່ອມຕົວເຂົ້າກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືພາກພື້ນອາຊີຕາເວັນອອກ ເວົ້າລວມ, ປັບປຸງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດລົງທຶນເຂົ້າຫວຽດນາມ ຄື: ຍີ່ປຸ່ນ ແລະ ສ.ເກົາຫຼີ. ໃນໄລຍະທີ 2, ຫວຽດນາມ ປະຕິບັດນະໂຍບາຍຢ່າງຕັ້ງໜ້າກວ່າ, ເຂົ້າຮ່ວມການເຄື່ອນໄຫວຂອງອາຊຽນຢ່າງເລິກເຊິ່ງ, ກວ້າງຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ