ທ່ານປະທານປະເທດ ເຈິ່ນດ້າຍກວາງ ມອບລາງວັນສົ່ງເສີມການຮຽນ
ສົ່ງເສີມຜູ້ຄວາມຄວາມສາມາດ ດິງໂບ້ລິງ ປີ 2016
(ພາບ: TTXVN)
(vovworld) - ຕອນຄຳ່ວັນທີ 18/9, ຢູ່ນະຄອນ ນິງບິ່ງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຂົ້າຮ່ວມພິທີມອບລາງວັນສົ່ງເສີມການຮຽນ, ສົ່ງເສີມຜູ້ຄວາມຄວາມສາມາດ ດິງໂບ້ລິງ ປີ 2016, ໂດຍກອງທຶນສົ່ງເສີມການຮຽນ, ສົ່ງເສີມຜູ້ຄວາມຄວາມສາມາດ ດິງໂບ້ລິງ ແຂວງ ນິງບິ່ງຈັດຕັ້ງ. ດ້ວຍຫົວຂໍ້ວ່າ “ເພື່ອຄວາມໄຝ່ຝັນ“ ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ນັກຮຽນ, ນັກສຶກສາ, ນັກກິລາແຂວງ ນິງບິ່ງ 199 ຄົນ ທີ່ມີຜົນງານດີເດັ່ນໃນການຮຳ່ຮຽນ, ຫຼໍ່ຫຼອມທາງເນື້ອກາຍ ແລະ ຄົ້ນຄ້ວາວິທະຍາສາດປີ 2016, ດ້ວຍຍອດຈຳນວນເງິນກວ່າ 726 ລ້ານດົ່ງ. ລາງວັນຂອງກອງທຶນສົ່ງເສີມການຮຽນ, ສົ່ງເສີມຜູ້ຄວາມຄວາມສາມາດ ດິງໂບ້ລິງ ເພື່ອແນໃສ່ລະດົມກຳລັງໃຈ, ສົ່ງເສີມບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດຂອງແຂວງ ນິງບິ່ງ ທີ່ບັນລຸໄດ້ຜົນງານຫຼາຍຢ່າງໃນການຮຳ່ຮຽນ ແລະ ໃນການປະຕິບັດງານ.