ນະຄອນຫລວງປັກກີງປະເທດຈີນຮັບຮູ້ ມີຜູ້ຕິດໂລກໄຂ້ຫວັດ A/H7N9 ຄົນທຳອິດ

ນະຄອນຫລວງປັກກີງປະເທດຈີນຮັບຮູ້ ມີຜູ້ຕິດໂລກໄຂ້ຫວັດ A/H7N9 ຄົນທຳອິດ - ảnh 1
ຜູ້ຖືກຕິດໄຂ້ຫວັດ H7N9 ພວມປິ່ນປົວຢູ່ໂຮງໝໍ
ພາບປະກອບ:internet

(vovworld) -  ວັນ​ທີ 13/4, ນະຄອນຫລວງ​ປັກ​ກີ່​ງປະ​ເທດ​ຈີນ ​ໄດ້​ຮັບ​ຮູ້​ວ່າ ມີ​ຜູ້​ຕິດ​ໂລກ​ໄຂ້ຫວັດ A/H7N9 ​ໃຫ​ມ່ຄົນ​ທຳ​ອິດ. ນີ້​ກໍ​ແມ່ນ​ກໍລະນີ​ທຳ​ອິດ​ພົບ​ເຫັນ​ຜູ້​ຕິດ​ໄວ​ຣັດ​ໄຂ້ຫວັດ A/H7N9 ຢູ່​ນອກ​ຂອ​ບ​ເຂດ​ບັນດາ​ແຂວງ​ທາງ​ຕາ​ເວັນ​ອອກ​ຂອງ​ຈີນ. ຜູ້​ຕິດ​​​ໂລກໄຂ້ຫວັດ​ແມ່ນ​ເດັກນ້ອຍ ອາຍຸ 7 ປີ ​ແລະ​ພວມ​ໄດ້​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ​ທີ່​ປັກ​ກີ່​ງ. ​ເປັນ​ອັນວ່າ ຈຳນວນ​ຜູ້​ຕິດ​​ໂລກ​ໄຂ້ຫວັດ H7N9 ຢູ່​ຈີນ​ແມ່ນ​ຂຶ້ນ​ເຖິງ ທັງ​ໝົດ 44 ຄົນ, ​ໃນ​ນັ້ນ ມີ 11 ຄົນ​ຖືກ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ