( vovworld ) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ( 27/7/1947 – 27/7/2012 ), ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ພ້ອມກັບທຸກຂັ້ນ, ທຸກຂະແໜງການຈະຈັດຕັ້ງການລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ 128.000 ຄອບຄົວ. ທາງນະຄອນຈະມອບຂອງຂວັນທີ່ມີມູນຄ່າ 500.000 ດົງ/ພູດ ໃຫ້ແກ່ແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ. ນອກຈາກນັ້ນ, ໃນບໍລິເວນນະຄອນຮ່າໂນ້ຍ ມີ 58 ຄອບຄົວທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ດີເດັນ ຫຼື ປະສົບກັບຄວາມຫຍຸ້ງຍາກເປັນພິເສດຈະໄດ້ຮັບຂອງຂວັນທີ່ມີມູນຄ່າ 1.100.000 ດົງ/ພູດ.