ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ສ້າງຄວາມດູດດື່ມ ນັກທ່ອງທ່ຽວໜຸ່ມຂອງລາຊະອານາຈັກອັງກິດ

ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ສ້າງຄວາມດູດດື່ມ ນັກທ່ອງທ່ຽວໜຸ່ມຂອງລາຊະອານາຈັກອັງກິດ  - ảnh 1
(ນະຄອນ​ໂຮ່ຈິ​ມິນ)

(vovworld) - ​ນະຄອນ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ ຂອງ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນະຄອນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ທີ່​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ໄວ​ໜຸ່ມ​ອັງກິດ ​ແລະ ກາຍ​ເປັນ​ບັນດາ​ສະຖານ​ທີ່​ດູດ​ດື່ມ​ສຳລັບ​ເຂົາ​ເຈ​ົ້າ. ​ເຄືອ​ຂ່າຍອີນ​ເຕີ​ແນ​ດ Hotels.com ຂອງ​ອັງກິດ ຫາ​ກໍ່​ດຳ​ເນີນ​ການ​ສຳ​ຫຼວດ ​ແລະ ​ຊີ້​ໃຫ້​ເຫັນ​ວ່າ ບັນດາ​ນະຄອນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ທີ່​ສ້າງ​ຄວາມ​ດູດ​ດື່ມນັກ​ທ່ອງ​ທ່ຽວ​ໜຸ່ມ​ຂອງ​ລາຊະ​ອານາ​ຈັກ​ອັງກິດ ລວມມີ: ພະນົມ​ເປນ ​ແລະ ຊຽມຣຽບ ຂອງ​ກຳ​ປູ​ເຈຍ, ຮ່າ​​ໂນ້ຍ ​ແລະ ນະຄອນ​​ໂຮ່ຈິ​ມິນ ຂອງ​ຫວຽດນາມ, ບາງກອກ, ຊຽງ​ໃໝ່ ​ແລະ ພັດທະຍາ ຂອງ​ໄທ..., ກ່ອນ​ອື່ນ​ໝົດ​​ແມ່ນຍ້ອນ​ລາຄາ​ການ​ບໍລິການ ​ແລະ ຄ່າ​ເຊົ່າ​ຫ້ອງນອນ​ຖືກ. ​ຄິດ​ສະ​ເລ່ຍລາຄາ​ຫ້ອງ​ນອນ​ໃນ​ໂຮງ​ແຮມ​​ຢູ່ພະ​ນົມ​ເປນ​ແມ່ນ 35 ປອນ/ວັນ, ຢູ່ຮ່າ​ໂນ້ຍ 41 ປອນ/ວັນ, ນະຄ​ອນ​ໂຮ່ຈິ​ມິນ 60 ປອນ/ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ