ນະຄອນເຊີນລາສະເຫຼີມສະຫຼອງ5ປີແຫ່ງວັນສ້າງຕັ້ງ
ນະຄອນ ເຊິນລາ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 26/10, ຢູ່ນະຄອນເຊີນລາ, ແຂວງ ເຊີນລາ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງນະຄອນເຊີນລາ (26/10/2008 – 26/10/2013). ກ່າວຄຳເຫັນທີ່ພິທີ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ, ສະເໜີໃຫ້ແຂວງ ເຊີນລາ ເປັນເຈົ້າການລະດົມແຫຼ່ງກຳລັງເພື່ອພັດທະນາ, ກາຍເປັນສູນກາງຂອງເຂດໄຕບັກ ເທື່ອລະກ້າວ.
“ນະຄອນ ເຊີນລາ ຄວນສືບຕໍ່ກໍ່ສ້າງ, ປັບປຸງລະບົບການເມືອງ, ຍູ້ແຮງການປະຕິຮູບພື້ນຖານການບໍລິຫານ, ສຸມໃສ່ກໍ່ສ້າງພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນທີ່ປອດໄສ, ໝັ້ນຄົງເຂັ້ມແຂງ. ທີ 2 ແມ່ນເສີມຂະຫຍາຍນ້ຳໃຈປະດິດສ້າງ, ຄວາມສາມາດບົ່ມຊ້ອນຂອງທ້ອງຖີ່ນ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງໃຫ້ມີປະສິດທິຜົນ, ສ້າງບາດກ້າວບຸກທະລຸເພື່ອພັດທະນາເສດຖະກິດຢ່າງວ່ອງໄວ, ຮອບດ້ານ ແລະ ໝັ້ນຄົງ. ທີ 3 ແມ່ນ, ເອົາໃຈໃສ່ສ້າງສາ ແລະ ທະວີຄຸນບັນດາແບບຢ່າງດີເດ່ັນໃນການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ, ເສີມຂະຫຍາຍບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊົນເຜົ່າອ້າຍນ້ອງໃນແຂວງເຊີນລາເພື່ອພ້ອມກັນພັດທະນາ.”
ໃນພິທີສະເຫຼີມສະຫຼອງ, ນະຄອນ ເຊີນລາ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 2 ໂດຍປະທານປະເທດມອບໃຫ້.