ນະຄອນໂຮ່ຈີມິນກຽມພ້ອມເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດອີຕາລີ

ນະຄອນໂຮ່ຈີມິນກຽມພ້ອມເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດອີຕາລີ - ảnh 1
ທ່ານ Graziano Delrio ແລະ ທ່ານ ດິງລາທັງ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 27/9, ຢູ່​ນະ​ຄອນ​ໂຮ່ຈີ​ມິນ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ດິງລາ​ທັງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານລັດຖະມົນຕີກະຊວງ​ຄົມ​ມະ​ນາ​ຄົມຂົນ​ສົ່ງ ​ແລະ ພື້ນຖານ​ໂຄງ​ລ່າງ ອີ​ຕາ​ລີ Graziano Delrio. ທ່ານ ດິງລາ​ທັງ ​ເນັ້ນ​ໜັກວ່າ ​​ໂດຍ​ແມ່ນນະຄອນ​ຂະຫຍັນ​ຂັນ​ເຄື​່ອນ, ນຳ​ໜ້າ​ທາງ​ດ້ານ​ເສດຖະກິດ, ການຄ້າຂອງ​ປະ​ເທດ​ຊາດ, ນະຄອນ ​ໂຮ່ຈີ​ມິນ ​ໃນ​ວິວັດ​ການ​ພັດທະນາ​ຍາມ​​ໃດ​ກໍ່​ກຽມພ້ອມ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ​ເຂົ້າມາ​ລົງທຶນ, ​ທຳ​ມາ​ຄ້າຂາຍ​ຍາວ​ນານ​ຢູ່​ນະຄອນ. ນະຄອນ ​ໂຮ່ຈີມິນ ກຽມພ້ອມ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ພັດທະນາ​ການ​ຄ້າ, ຄົມ​ມະ​ນາ​ຄົມ.

        ສ່ວນ​ທ່ານ​ລັດ​ຖະມົນຕີ Graziano Delrio ​ໃຫ້​ຮູ້​ວ່າ: ອີ​ຕາ​ລີ ປາດ​ຖະໜາ​ຢາກ​ປະກອບສ່ວນ​ເຂົ້າທ່າ​ອ່ຽງພັດທະນາ​ຕົວ​ເມືອງ​ທັນ​ສະ​ໄໝ​ຂອງ​ນະຄອນ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ, ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີມ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.


ຂ່າວ/ບົດ​ອື່ນ