(ສະຫະພັນແຮງງານນະຄອນ ໂຮ່ຈີມິນ ຈັດຕັ້ງລາຍການ
“ບຸນເຕັດແຫ່ງການເຕົ້າໂຮມ” ອວຍພອນປີໃໝ່ປີວອກ 2016)
(vovworld) – ວັນທີ 31/01 ສະຫະພັນແຮງງານນະຄອນ ໂຮ່ຈີມິນ ຈັດຕັ້ງລາຍການ “ບຸນເຕັດແຫ່ງການເຕົ້າໂຮມ” ອວຍພອນປີໃໝ່ປີວອກ 2016 ໃຫ້ 500 ຄອບຄົວກຳມະກອນແຮງງານໃນບໍລິເວນນະຄອນ. ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ບັນດາຄອບຄົວ ແລະ ອວຍພອນອາຍຸ ດ້ວຍການມອບຊອງເງິນໃຫ້ພວກຫຼານນ້ອຍ ໂດຍປາດຖະໜາຢາກແບ່ງປັນຄວາມເບີກບານມ່ວນຊື່ນ, ອົບອຸ່ນເຖິງບັນດາຄອບຄົວກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນປີ 2016. ເນື່ອງໃນໂອກາດບຸນເຕັດ 2016, ສະຫະພັນແຮງງານນະຄອນ ຍັງຂົນຂວາຍບັນດາວິສາຫະກິດ, ກຳມະບານຂັ້ນຮາກຖານມອບຂອງຂວັນບຸນເຕັດໃຫ້ກຳມະກອນຊາວຜູ້ອອກແຮງງານ 450.000 ຄົນ ຕົກເປັນມູນຄ່າ 145 ຕື້ດົ່ງ.