ນະຄອນໂຮ່ຈິມິນຈັດຕັ້ງສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງອາຊຽນ

ນະຄອນໂຮ່ຈິມິນຈັດຕັ້ງສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1
ທ່ານ​ນາງ ຟານ​ທີ​ຮົ່ງ​ຊວນ ປະ​ທານ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນະ​ຄອນ​ໂຮ່​ຈິ​ມິນກ່າວ​ຄຳ​ເຫັນ​ທີ່​ພິ​ທີ


(vovworld)- ວັນ​ທີ 10/8, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 49 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ(8/8/1967-8/8/2016). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຟານ​ທີ​ຮົ່ງ​ຊວນ ປະ​ທານ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນະ​ຄອນ​ໂຮ່​ຈິ​ມິນ ເນັ້ນ​ໜັກ​ວ່າ ຜ່ານ 49 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ, ອາ​ຊຽນ​ໃນ​ວັນ​ນີ້ ໄດ້​ກາຍ​ເປັນ​ພາກ​ພື້ນ​ສັນ​ຕິ​ພາບດ້ວຍ​ປະ​ຊາ​ກອນກວ່າ 600 ລ້ານ​ຄົນ, ມີ​ພື້ນ​ຖານ​ເສດ​ຖະ​ກິດ​ເຊື່ອມ​ຈອດ​ ແລະ ເປັນ​ເອ​ກະ​ພາບກັນ.

    ສ່ວນ​ທ່ານ ສົມ​ໄຊ ສະ​ໜາມ​ອຸ່ນ, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່​ລາວ​ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມິນ ເນັ້ນ​ໜັກ​ວ່າ : ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2016, ລາວ​ພວມ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ຜັນ​ຂະ​ຫຍາຍ​ວິ​ໄສ​ທັດອາ​ຊຽນ 2025 ແລະ ​ບັນ​ດາ​ແຜນ​ການ​ຕາມ​ຫົວ​ເລື່ອງ “ ນຳ​ວິ​ໄສ​ທັດ​ກາຍ​ເປັນ​ການ​ກະ​ທຳ​ເພື່ອ​ປະ​ຊາ​ຄົມ​ອາ​ຊຽນ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ ”
ຂ່າວ/ບົດ​ອື່ນ