ນະຄອນໂຮ່ຈິມີນຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດມາລົງທຶນ

ນະຄອນໂຮ່ຈິມີນຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດມາລົງທຶນ - ảnh 1
ທ່ານ ດີງ​ລາ​ທັງ ຕ້ອນ​ຮັບ ທ່ານ​ນາງ Cheo Hock Kuan
ພາບ:http://tuoitre.vn

(vovworld)- ຕອນ​ບ່າຍ​ວັນ​ທີ 29/2, ທ່ານ ດີງ​ລາ​ທັງ, ເລ​ຂາ​ຄ​ະ​ນະ​ພັກ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ການ​ນຳ ບໍ​ລິ​ສັດ Temasek Holdings ປະ​ເທດ​ສິງ​ກະ​ໂປ ໂດຍ​ທ່ານ​ນາງ Cheo Hock Kuan, ຜູ້​ອຳ​ນວຍ​ການ​ຂັ້ນ​ສູງ ຮັບ​ຜິດ​ຊອບ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ຍຸດ​ທະ​ສາດ ນຳ​ຫນ້າ. ນະ​ທີ່ນີ້, ທ່ານ ດີງ​ລາ​ທັງ ໃຫ້​ຮູ້​ວ່າ: ການ​ນຳ ນະ​ຄອນ ໂຮ່​ຈິ​ມີນ ປາດ​ຖະ​ຫນາ​ຢາກ​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ ເພື່ອ​ສ້າງ​ສຳ​ເລັດ ແລະ ຍົກ​ສູງ​ສະ​ພາບ​ແວດ​ລ້ອມ​ການ​ເຄື່ອນ​ໄຫວ​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ ຂອງ​ນະ​ຄອນ​ໃຫ້​ນັ​ບມື້​ນັບ​ດີກວ່າ. ໄລ​ຍະ​ຈະ​ມາ​ເຖິງ, ນະ​ຄອນ ໂຮ່​ຈິ​ມີນ ຈະ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ. ການ​ນຳ​ນ​ະ​ຄອນ ປາດ​ຖະ​ຫນາ​ຢາກ Temasek Holdings ກໍ​ຄື ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

 

 

ຂ່າວ/ບົດ​ອື່ນ