ນະຄອນໂຮ່ຈີມິນຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫລວງ
ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບປ້ອງກັນ
ຕ້ານການສໍ້ລາດບັງຫລວງ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ
(ພາບ: TTXVN)
(vovworld) - ວັນທີ 26/09, ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບປ້ອງກັນຕ້ານການສໍ້ລາດບັງຫລວງ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ນຳໜ້າ, ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີວ່າ: ນະຄອນ ໂຮ່ຈີມິນ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສືບຕໍ່ຜັນຂະຫຍາຍແຮງບັນດາມາດຕະການກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ. ໂດຍລະອຽດແມ່ນຍົກສູງກຳລັງຕໍ່ສູ້, ຄວາມຮັບຜິດຊອບຂອງຄະນະພັກ, ຜູ້ນຳຄະນະພັກ, ຫົວໜ່ວຍ. ພ້ອມທັງ ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ; ສຸມໃສ່ວຽກງານປະຕິຮູບດ້ານການບໍລິຫານ, ຊອກຫາບັນດາມາດຕະການບຸກທະລຸ, ປະຕິບັດສຳເລັກອຳນາດການປົກຄອງເອເລກໂຕນິກໂດຍໄວ.